ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຟີລິບປິນ ແລະ ສາຍພົວພັນລະຫວ່າງ ຫວຽດນາມ - ສິງກະໂປ
(VOVWORLD) -ວັນທີ 02 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam.
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: TTXVN) |
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ, ທ່ານພົນໂທ ຟານວັນຢາງ ແລະ ທ່ານ Meynardo Los Banos Montealegre ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີ ຊຸກຍູ້ການຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຈຳນວນໜຶ່ງຕາມຮູບການທາງອອນລາຍ, ໂດຍສະເພາະແມ່ນການເຈລະຈານະໂຍບາຍປ້ອງກັນຊາດ, ກຸ່ມປະຕິບັດງານລວມ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ, ການປຶກສາຫາລືສອງຝ່າຍ ລະຫວ່າງກຳລັງທະຫານເຮືອ, ທະຫານປ້ອງກັນອາກາດ, ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໜູນຊ່ວຍ, ແກ້ໄຂບັນຫາຊາວປະມົງຂອງສອງປະເທດບົນເນື້ອໃນຈິດໃຈມະນຸດສະທຳ…
ເມື່ອແລກປ່ຽນກັບທ່ານເອກອັກຄະລັດຖະທູດ ສິງປະໂປ Jaya Ratnam ກ່ຽວກັບການຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານລັດຖະມົນຕີ ຟານວັນຢາງ ກໍເຫັນດີຕໍ່ຂໍ້ສະເໜີຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຈຳນວນໜຶ່ງຜ່ານທາງອອນລາຍ. ສອງຝ່າຍສືບຕໍ່ເຮັດລະບຽບການໃຫ້ສຳເລັດ, ລົງນາມໃນສັນຍາ ລະຫວ່າງ 2 ລັດຖະບານ ກ່ຽວກັບການຮ່ວມມືືທາງດ້ານປ້ອງກັນຊາດສອງຝ່າຍ ໃນປີ 2021.