ຫວຽດນາມ - ສະຫະ​ພັນ ລັດ​ເຊຍ ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາການເຄື່ອນໄຫວການຕ່າງປະເທດຂອງຄະນະການນໍາຂັ້ນສູງສອງປະເທດໃນໄລຍະຈະມາເຖິງ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ. 
ຫວຽດນາມ - ສະຫະ​ພັນ ລັດ​ເຊຍ ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ) 

       ຕອນບ່າຍວັນທີ 29 ພຶດສະພາ, ທີ່ການໂອ້ລົມທາງໂທລະສັບລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາການເຄື່ອນໄຫວການຕ່າງປະເທດຂອງຄະນະການນໍາຂັ້ນສູງສອງປະເທດໃນໄລຍະຈະມາເຖິງ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ. ສອງຝ່າຍກໍໄດ້ເປັນເອກະພາບຕໍ່ບັນດາມາດຕະການ ເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ -  19 ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍພົນລະເມືອງສອງປະເທດ ແລະ ສົມທົບກັນເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການ.

        ການນໍາສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງປະເທດຢູ່ສະພາຄວາມໝັ້ນຄົງ ສປຊ, ປຶກສາຫາລືກ່ຽວກັບບັນດາບັນຫາຄື ຊີຣີ, ອີຣານ, ຊູດັງ... ແລະ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ປາດຖະໜາວ່າ ໃນຈຸດເວລາອັນຫຍຸ້ງຍາກນີ້, ບັນດາປະເທດສະມາຊິກ, ພິເສດແມ່ນ ລັດເຊຍ ແລະ ບັນດາປະເທດໃຫຍ່ ຈະຊອກໄດ້ສຽງເວົ້າລວມ, ປະກອບສ່ວນເຂົ້າໃນການຮັກສາ ແລະ ຊຸກຍູ້ການສ້າງສະພາບແວດລ້ອມສາກົນແຫ່ງສັນຕິພາບ ແລະ ສະຖຽນລະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ