ຫວຽດນາມ ສະເໜີບາງຂໍ້ບຸລິມະສິດໃນການຮ່ວມມືຕົ້ນຕໍຢູ່ອາຊີ - ປາຊີຟິກ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີບາງຂໍ້ບຸລິມະສິດການຮ່ວມມືຕົ້ນຕໍຢູ່ພາກພື້ນໃນໄລຍະຈະມາເຖິງ. ນັ້ນແມ່ນ: ຍາມໃດກໍ່ຖືມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ; ເພີ່ມທະວີການເຊື່ອມຕໍ່ຢູ່ພາກພື້ນ...
ຫວຽດນາມ ສະເໜີບາງຂໍ້ບຸລິມະສິດໃນການຮ່ວມມືຕົ້ນຕໍຢູ່ອາຊີ - ປາຊີຟິກ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ວາລະປຶກສາຫາລື)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທັງເປັນເລຂາຝ່າຍບໍລິຫານຄະນະກຳມະການເສດຖະກິດ ແລະ ສັງຄົມພາກພື້ນ ອາຊີ - ປາຊີຟິກ ຂອງສະຫະປະຊາຊາດ (ESCAP) ວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕາງໜ້າລັດຖະບານ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສທີ່ວາລະປຶກສາຫາລືຂັ້ນສູງຂອງກອງປະຊຸມປະຈຳປີຄັ້ງທີ 78 ຂອງ ESCAP.

        ທີ່ວາລະປຶກສາຫາລື, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີບາງຂໍ້ບຸລິມະສິດການຮ່ວມມືຕົ້ນຕໍຢູ່ພາກພື້ນໃນໄລຍະຈະມາເຖິງ. ນັ້ນແມ່ນ: ຍາມໃດກໍ່ຖືມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ; ເພີ່ມທະວີການເຊື່ອມຕໍ່ຢູ່ພາກພື້ນ; ຮັບປະກັນບັນດາລະບົບສະໜອງທີ່ມີຄວາມສາມາດຕ້ານທານ; ຊຸກຍູ້ການຫັນເປັນດີຈີຕອນ, ຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນ; ມານະພະຍາຍາມຫັນປ່ຽນຮູບແບບການເຕີບໂຕ ໄປສູ່ການເຕີບໂຕ carbon ຕ່ຳ, ພັດທະນາເສດຖະກິດໝູນວຽນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ:

        “ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ບັນລຸປະສິດທິຜົນເຂົ້າໃນຄວາມມານະພະຍາຍາມຂອງ ESCAP ເວົ້າສະເພາະ ແລະ ສະຫະປະຊາຊາດເວົ້າລວມ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງຢູ່ພາກພື້ນ ແລະ ທົ່ວໂລກ”.

        ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ ພົບປະກັບທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ທັງເປັນເລຂາຝ່າຍບໍລິຫານ ESCAP.

        ກອງປະຊຸມດຳເນີນໃນລະຫວ່າງວັນທີ 23 – 27 ພຶດສະພາ ຢູ່ນະຄອນຫຼວງ ບາງກອກ (ໄທ), ດ້ວຍຫົວຂໍ້ “ໂຄງການດຳເນີນງານລວມ ເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ”.

ຕອບກັບ

ຂ່າວ/ບົດ​ອື່ນ