ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດການຢາສາກົນ

(VOVWORLD) -ຕອນບ່າຍວັນທີ 22 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ເມື່ອຕ້ອນຮັບຄະນະຜູ້ແທນຂັ້ນສູງ ອານຸກຳມະການການຢາ ຂອງສະຫະພັນ ບັນດາວິສາຫະກິດ ເອີຣົບ (Eurocham) ຢູ່ ຫວຽດນາມ

ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດການຢາສາກົນ - ảnh 1 ທ່ານ ຫງວຽນວັນບິ່ງຕ້ອນຮັບຄະນະຜູ້ແທນຂັນສູງ

ອານຸກຳມະການການຢາຂອງ Eurocham ຢູ່ ຫວຽດນາມ

(ພາບ: TTXVN)

ຫົວໜ້າກຳມະການເສດຖະກິດສູນກາງ ທ່ານ ຫງວຽນວັນບິ່ງ ຢັ້ງຢືນວ່າ: ໃນຂະບວນການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ, ຫວຽດນາມ ຖືເປັນສຳຄັນທີ່ສຸດການປະຕິບັດນະໂຍບາຍສັງຄົມຢ່າງຄົບຊຸດ ແລະ ກົມກຽວ, ເອົາໃຈໃສ່ເປັນພິເສດເຖິງການສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສາມາດສຳພັດກັບບັນດາການບໍລິການການແພດ ແລະ ຢາປົວພະຍາດ ຢ່າງສະດວກດ້ວຍຄ່າໃຊ້ຈ່າຍທີ່ເໝາະສົມ. ທ່ານ ຫງວຽນວັນບິ່ງ ຢັ້ງຢືນເຖິງແຜນນະໂຍບາຍສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດການຢາສາກົນ, ໃນນັ້ນມີບັນດາວິສາຫະກິດທີ່ຂຶ້ນກັບ Eurocham, ເປີດກວ້າງການເຄື່ອນໄຫວ, ເພີ່ມທະວິການລົງທຶນ, ການຜະລິດ, ການດຳເນີນທຸລະກິດ… ເພື່ອເຮັດໃຫ້ຄາດໝາຍນຳ ຫວຽດນາມ ກາຍເປັນສູນຜະລິດຢາໃນພາກພື້ນ ASEAN ປະກົດຜົນເປັນຈິງ.

        ທ່ານ Nicholas Jones, ຮອງປະທານອານຸກຳມະການການຢາ, ປະທານຜູ້ຮັບຜິດຊອບຕະຫຼາດ ຫວຽດນາມ, ເຊື່ອໝັ້ນກ່ຽວກັບແງ່ຫວັງການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ, ກໍ່ຄືບັນດາແຜນນະໂຍບາຍ ແລະ ມາດຕະການເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫັນບັນດາລະບຽບການການບໍລິຫານເປັນງ່າຍດາຍ ແລະ ສ້າງເງື່ອນໄຂນັບມື້ນັບສະດວກໃຫ້ບັນດາວິສາຫະກິດການຢາ ໄດ້ດຳເນີນທຸລະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ