ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານການຄ້າ

(VOVWORLD) - ການພົວພັນຮ່ວມມື ຫວຽດນາມ - ສ.ເກົາຫຼີ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງ, ສອງປະເທດ ພວມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ. ນີ້ຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນ ເວທີປາໄສເສດຖະກິດ ແລະ ການຄ້າ ຫວຽດນາມ - ສ.ເກົາຫຼີ 2022 ດ້ວຍຫົວຂໍ້ “ເສດຖະກິດ ຫວຽດນາມ - ສ.ເກົາຫຼີ 2022: ຫັນປ່ຽນຮູບແບບພັດທະນາເສດຖະກິດມຸ່ງໄປເຖິງພື້ນຖານເສດຖະກິດສີຂຽວ ແລະ ປະດິດຄິດສ້າງ” ເຊິ່ງດຳເນີນໃນວັນທີ 18 ຕຸລາ ຢູ່ຮ່າໂນ້ຍ.
ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານການຄ້າ  - ảnh 1ເວທີປາໄສເສດຖະກິດ ແລະ ການຄ້າ ຫວຽດນາມ - ສ.ເກົາຫຼີ 2022 (ພາບ: nhandan.vn)

ໃນວາລະປຶກສາຫາລື, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ນັບແຕ່ນີ້ຮອດປີ 2025 ວິສາຫະກິດ ສ.ເກົາຫຼີ ຈະເພີ່ມແຫຼ່ງເງິນລົງທຶນເຂົ້າໃນໂຄງການເປັນມິດກັບສິ່ງແວດລ້ອມ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ຫຼາຍພໍສົມຄວນ; ເພີ່ມທະວີການສະໜອງມາດຕະຖານກ່ຽວກັບນະໂຍບາຍ, ການເງິນ, ເຕັກນິກ ເພື່ອມຸ່ງໄປເຖິງເປົ້າໝາຍຊຸກຍູ້ການຫັນປ່ຽນຮູບແບບພັດທະນາເສດຖະກິດຕາມທິດ ເສດຖະກິດສີຂຽວ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງ.

ຜູ້ຕາງໜ້າວິສາຫະກິດສອງປະເທດກໍຢັ້ງຢືນວ່າ ຈະສືບຕໍ່ຍົກສູງຄຸນນະພາບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນປະຕິບັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 150 ຕື້ USD ໃນປີ 2030 ໃຫ້ປະສົບຜົນສຳເລັດ. ປັດຈຸບັນ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ