ຫວຽດ​ນາມ - ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -ທ່ານລັດຖະມົນຕີ Dominic Raab ເນັ້ນໜັກວ່າ ອັງກິດຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ ໃນສະພາບການປະເທດອັງກິດພາຍຫຼັງ Brexit ດັດປັບນະໂຍບາຍມຸ່ງໄປສູ່ພາກພື້ນ ມາຫາສະໝຸດອິນເດຍ - ປາຊີຟິກ.
ຫວຽດ​ນາມ - ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab (ພາບ: VGP)

ຕອນບ່າຍວັນທີ 22 ມີຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມການສົນທະນາປຶກສາຫາລື ກ່ຽວກັບນະໂຍບາຍຂັ້ນສູງ ອາຊີ - ເອີລົບ (ASEM). ທີ່ການຕ້ອນຮັບທ່ານ ປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ຊຸກຍູ້ທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ນຳບັນດາເນື້ອໃນການຮ່ວມມື ຂອງ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ແທດຈິງ. ທ່ານເນັ້ນໜັກວ່າ ສອງຝ່າຍຄວນສົມທົບປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອັງກິດ ຢ່າງມີປະສິດທິຜົນ ແນໃສ່ສ້າງບາດກ້າວບຸກທະລຸກ່ຽວກັບການແລກປ່ຽນການຄ້າ ແລະ ການຮ່ວມມືລົງທຶນ; ທ່ານຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດອັງກິດເຂົ້າມາລົງທຶນໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ.

ສ່ວນທ່ານລັດຖະມົນຕີ Dominic Raab ເນັ້ນໜັກວ່າ ອັງກິດຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ ໃນສະພາບການປະເທດອັງກິດພາຍຫຼັງ Brexit ດັດປັບນະໂຍບາຍມຸ່ງໄປສູ່ພາກພື້ນ ມາຫາສະໝຸດອິນເດຍ - ປາຊີຟິກ. ທ່ານໄດ້ແຈ້ງໃຫ້ທ່ານປະທານ ຫງວຽນຊວັນຟຸກ ຮັບຊາບວ່າ: ກອງທຶນ ການເງິນ ອັງກິດ ໄດ້ສະໜອງເງິນ 4 ຕື້ USD ເພື່ອຊ່ວຍໜູນບັນດາວິສາຫະກິດອັງກິດ ເພີ່ມທະວີການລົງທຶນຢູ່ ຫວຽດນາມ. ທ່ານ ຢືນຢັ່ນເຖິງຄວາມສຳຄັນຂອງການຮັບປະກັນສິດເສລີໃນການເດີນເຮືອ, ການບິນ ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໃນວັນດຽວກັນ ທ່ານ ລັດຖະມົນຕີ Dominic Raab ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ. ທ່ານ ລັດຖະມົນຕີ Dominic Raab ໄດ້ຢືນຢັ່ນວ່າ ອັງກິດ ມີຄວາມຫວັງຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ສົມທົບຢ່າງແໜ້ນແຟ້ນ ກັບຫວຽດນາມ. ລັດຖະມົນຕີທັງສອງທ່ານໄດ້ເນັ້ນໜັ້ກວ່າ ຄວນນຳໃຊ້ບັນດາໂອກາດອັນໃຫຍ່ຫຼວງຈາກສັນຍາການຄ້າສອງຝ່າຍ ຫວຽດນາມ - ອັງກິດ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງກ່ວາອີກ ໃນການແລກປ່ຽນການຄ້າ ແລະ ການຮ່ວມມືລົງທຶນ.

ກອ່ນໜ້ານັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Dominic Raab ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ.

ຕອບກັບ

ຂ່າວ/ບົດ​ອື່ນ