ຫວຽດ​ນາມ ​​ອາດສາ​ມາດ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ 7,1%

(VOVWORLD) -ໃນສອງເດືອນຕົ້ນປີ, ຫວຽດນາມ ໄດ້ດຶງດູດຈຳນວນເງິນລົງທຶນ FDI ປະມານ 5.5 ຕື້ໂດລະສະຫະລັດ.

   ຕາມການລາຍງານແງ່ຫວັງເສດຖະກິດທົ່ວໂລກໃນໄຕມາດທີ 2 ປີ 2021 ຂອງທະນາຄານ United Oversea Bank (Singapore), ຊື່ງແມ່ນໜຶ່ງໃນຈຳນວນບັນດາທະນາຄານສາກົນອັນດັບໜຶ່ງຂອງໂລກແລ້ວ, ຫວຽດນາມ ໄດ້ເລີ່ມຕົ້ນປີ 2021 ດ້ວຍຫຼາຍສັນຍານທີ່ຕັ້ງໜ້າ. ການສົ່ງອອກໃນສອງເດືອນຕົ້ນປີຂອງຫວຽດນາມ ເພີ່ມຂຶ້ນກ່ວາ 20% ເມື່ອທຽບກັບປີກາຍ. ການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ ກໍ່ຢູ່ໃນລະດັບດີ. ໃນສອງເດືອນຕົ້ນປີ, ຫວຽດນາມ ໄດ້ດຶງດູດຈຳນວນເງິນລົງທຶນ FDI ປະມານ 5.5 ຕື້ໂດລະສະຫະລັດ.

    ທະນາຄານ United Oversea Bank ຄາດວ່າ, ໃນປີນີ້, ເສດຖະກິດຫວຽດນາມ ຈະບັນລຸລະດັບເຕີບໂຕ GDP 7,1%, ສູງກ່ວາລະດັບຄາດໝາຍ 6% ທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ