ຫວຽດນາມ - ອາ​ເມ​ລິ​ກາ ຮ່ວມ​ມື​, ​ຊ່ວຍ​ເຫຼືອ​ກັນ​ທາງດ້ານອຸປະກອນ​ການ​ແພ​ດເພື່ອ​ປ້ອງ​ກັນ​, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ວັນທີ 08 ເມສາ, ສິນຄ້າອຸປະກອນການແພດປ້ອງກັນ, ສະກັດກັ້ນໂລກລະບາດງວດທໍາອິດຂອງຫວຽດນາມ ໂດຍບໍລິສັດການບິນ FedEx ຂົນສົ່ງ ເຊິ່ງຄາດວ່າຈະໄປຮອດ ອາເມລິກາ  ເພື່ອຮັບໃຊ້ບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ອາເມລິກາ.
ຫວຽດນາມ - ອາ​ເມ​ລິ​ກາ ຮ່ວມ​ມື​, ​ຊ່ວຍ​ເຫຼືອ​ກັນ​ທາງດ້ານອຸປະກອນ​ການ​ແພ​ດເພື່ອ​ປ້ອງ​ກັນ​, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1 (ພາບປະກອບ: TTXVN)

ນີ້ແມ່ນງວດສິນຄ້າທໍາອິດໃນຈໍານວນ 2 ງວດສິນຄ້າ ດ້ວຍຊຸດກັນເຊື້ອ DuPont ຈໍານວນກວ່າ 450.000 ຊຸດ ໂດຍຫວຽດນາມຜະລິດ ຈະໄດ້ມອບໃຫ້ສາງສະສົມແຫ່ງຊາດຍຸດທະສາດ ອາເມລິກາ ໂດຍໄວ ເພື່ອແນໃສ່່ແກ້ໄຂຄວາມຂາດເຂີນອຸປະກອນການແພດທີ່ຈໍາເປັນໃຫ້ແກ່ພະນັກງານແຖວໜ້າໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19. ໃນສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດອອກສູ່ວົງກວ້າງໃນຂອບເຂດທົ່ວໂລກ ແລະ ພິເສດແມ່ນ ອາເມລິກາ, ປັດຈຸບັນ, ທາງຝ່າຍ ອາເມລິກາ ມີຄວາມຕ້ອງການບັນດາຜະລິດຕະພັນປ້ອງກັນເປັນຈໍານວນຫຼວງຫຼາຍ, ສະນັ້ນ, ເລື່ອງຫວຽດນາມ ໜູນຊ່ວຍ, ສະໜອງຜະລິດຕະພັນບາງປະເພດທີ່ກ່ຽວຂ້ອງນັ້ນ ໄດ້ສະແດງໃຫ້ເຫັນນໍ້າໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື, ໃນນັ້ນມີ ອາເມລິກາ. ນີ້ກໍແມ່ນການເຂົ້າຮ່ວມ, ການປະກອບສ່ວນຂອງຫວຽດນາມເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ເພື່ອແນໃສ່ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.

ແລະກໍໃນວັນດຽວກັນ, ໜັງສືພິມ The Diplomat ຂອງ ອາເມລິກາ ໄດ້ລົງພິມບົດຂຽນ ທີ່ໄດ້ເຜີຍໃຫ້ຊາບກ່ຽວກັບເລື່ອງຫວຽດນາມໃຫ້ການຊ່ວຍເຫຼືອແກ່ 5 ປະເທດສະມາຊິກຂອງ ສະຫະພາບເອີຣົບ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ເຊັ່ນດຽວກັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ