ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

(VOVWORLD) -ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.
ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ  ໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມຍິນດີຕໍ່ທ່ານ Blinken ທີ່ໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ສະແດງໃຫ້ເຫັນຄວາມກຽມພ້ອມຮ່ວມມືກັບທ່ານ Blinken ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັວຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ພັດທະນາ, ວັດທະນາຖາວອນ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ໃນໂລກ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືເພື່ອປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ໃນໄລຍະຈະມາເຖິງ ດ້ວຍຈຸດສຸມແມ່ນເສດຖະກິດ - ການຄ້າ - ການລົງທຶນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງກຳລັງຄວາມສາມາດໃນການເດີນເຮືອ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ກໍ່ຄືຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ Blinken ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ. ທ່ານກໍ່ມີຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາກົນໄກໃນພາກພື້ນ ແລະ ສາກົນ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ