ຫວຽດ​ນາມ ຮັບ​ປະ​ກັນ​ບົດ​ບາດ​ຮອງ​ປະ​ທານວາ​ລະ​ປະ​ຊຸມ​ຄັ້ງ​ທີ 5 ກຸ່ມ​ນັກ​ຊ່ຽນ​ຊານ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ UNCTAD

(VOVWORLD) -ກຸ່ມຜູ້ຊ່ຽວຊານລະຫວ່າງລັດຖະບານ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ ແມ່ນກົນໄກປະຈຳ ໄດ້ສ້າງຂຶ້ນຕາມການແນະນຳຂອງ ສປຊ ກ່ຽວກັບປົກປ້ອງຜູ້ບໍລິໂພກ.
ຫວຽດ​ນາມ ຮັບ​ປະ​ກັນ​ບົດ​ບາດ​ຮອງ​ປະ​ທານວາ​ລະ​ປະ​ຊຸມ​ຄັ້ງ​ທີ 5 ກຸ່ມ​ນັກ​ຊ່ຽນ​ຊານ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ  UNCTAD - ảnh 1

 ທ່ານນາງ ເລທິຕວຽດມາຍ (ຂວາ) (ພາບ:TTXVN)

  ທີ່ວາລະປະຊຸມຄັ້ງທີ 5 ກຸ່ມນັກຊ່ຽນຊານລະຫວ່າງລັດຖະບານຂອງ ສປຊ ກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD)  ຈັດຂຶ້ນຢູ່ ເຊີແນວ ປະເທດສະວິດ ແຕ່ວັນທີ 5-6 ກໍລະກົດ, ໃນຖະນະເປັນຮອງປະທານ ທັງເປັນນັກປະຖັກກະຖາຂອງວາລະປະຊຸມ ໂດຍບັນດາປະເທດສະມາຊິກເຫັນດີເລືອກຕັ້ງນັ້ນ, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເປັນປະທານການປະຊຸມ ກ່ຽວກັບການຕີລາຄາໂດຍສະຫມັກໃຈຂອງ ຈີເລ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ, ພ້ອມທັງກຸ່ມຜູ້ຊ່ຽວຊານຈຳນວນໜຶ່ງ ໄດ້ແບ່ງປັນການຕີລາຄາ, ໃຫ້ຄຳເຫັນກ່ຽວກັບບັນຫານີ້.

ກຸ່ມຜູ້ຊ່ຽວຊານລະຫວ່າງລັດຖະບານ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ ແມ່ນກົນໄກປະຈຳ ໄດ້ສ້າງຂຶ້ນຕາມການແນະນຳຂອງ ສປຊ ກ່ຽວກັບປົກປ້ອງຜູ້ບໍລິໂພກ ເພື່ອແນໃສ່ຕິດຕາມກວດກາການນຳໃຊ້ ແລະ ປະຕິບັດບັນດາການແນະນຳ, ສ້າງຕັ້ງເວທີປາໄສປຶກສາຫາລື, ຄົ້ນຄ້ວາ, ສະໜອງການໜູນຊ່ວຍເຕັກນິກ, ປະຕິບັດການຕີລາຄາຂັ້ນດຽວກັນໂດຍສະຫມັກໃຈ ແລະ ອັບເດັດການແນະນຳເປັນປະຈຳ. ວາລະປະຊຸມຂອງກຸ່ມ ປະຕິບັດເປັນປະຈຳປີ ນັບແຕ່ປີ 2016 ມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ