​ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ໝ​ູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ

(VOVWORLD) -"ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ບໍ່ດຳເນີນການກະທຳທີ່ຄ້າຍຄືກັນອີກຄັ້ງ”.
​ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ໝ​ູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ - ảnh 1

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: Nguyễn Hồng)


ໃນການຖະແຫຼງຂ່າວນັດສາມັນເດືອນ 6 ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 22, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບສອງໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ, ແມ່ນເດັດດ່ຽວຄັດຄ້ານການກະທຳຂອງຈີນທີ່ລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ຢູ່ເຂດນີ້. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ:

        “ເລື່ອງຈີນດຳເນີນການຊ້ອມຮົບທາງການທະຫານຢູ່ໝູ່ເກາະ ຮວ່າງຊາ  ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ. ໄປຝືນກັບເນື້ອໃນຂອງ DOC, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ເປັນປະໂຫຍດແກ້ວິວັດການເຈລະຈາໃນປັດຈຸບັນລະຫວ່າງ ຈີນ ແລະ ອາຊຽນ ກ່ຽວກັບ COC ແລະ ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ບໍ່ດຳເນີນການກະທຳທີ່ຄ້າຍຄືກັນອີກຄັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ