ຫວຽດ​ນາມ ຮຽກ​ຮ້ອງໃຫ້​ມີວິ​ທີກ​ານ​ສຳ​ຜັດ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຂີ້​ເຫຍື້ອ​ແບບ​ຍືນ​ຍົງ​ຢ່າງ​ຮອບ​ດ້ານ, ທົ່ວ​ສັງ​ຄົມ

(VOVWORLD) -ວາລະກອງປະຊຸມມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ຜູ້ຕາງໜ້າບັນດາອົງການວິຊາການຂອງ ສປຊ ແລະ ບັນດາປະເທດສະມາຊິກ ສປຊ.
ຫວຽດ​ນາມ ຮຽກ​ຮ້ອງໃຫ້​ມີວິ​ທີກ​ານ​ສຳ​ຜັດ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຂີ້​ເຫຍື້ອ​ແບບ​ຍືນ​ຍົງ​ຢ່າງ​ຮອບ​ດ້ານ, ທົ່ວ​ສັງ​ຄົມ - ảnh 1ທ່ານນາງ ເລທິມິງຮວາ ອັກຄະລັດຖະທູດ ທີ່ປຶກສາຝ່າຍການ ຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ:  TTXVN)

ວັນທີ 30 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມກ່ຽວກັບການ “ບໍ່ມີຂີ້ເຫຍື້ອ - ມາດຕະການແກ້ໄຂທີ່ບຸກທະລຸ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ”, ຢູ່ນິວຢອກ, ປະເທດອາເມລິກາ. ວາລະກອງປະຊຸມມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ຜູ້ຕາງໜ້າບັນດາອົງການວິຊາການຂອງ ສປຊ ແລະ ບັນດາປະເທດສະມາຊິກ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງຮວາ ອັກຄະລັດຖະທູດ ທີ່ປຶກສາຝ່າຍການ ຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ຫວຽດນາມມີການຮັບຮູ້ຢ່າງຈະແຈ້ງວ່າ ການບໍ່ມີຂີ້ເຫຍື້ອແມ່ນມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ເພື່ອບັນລຸໄດ້ເປົ້າໝາຍ “ບໍ່ມີຂີ້ເຫຍື້ອ”, ຕ້ອງມີວິທີການສຳຜັດຢ່າງຮອບດ້ານ, ທົ່ວສັງຄົມ ດ້ວຍການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ຍົກສູງຄວາມຮັບຮູ້ຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້ກ່ຽວກັບບັນຫາຂີ້ເຫຍື້ອ, ສົ່ງເສີມປະຊາຊົນກໍ່ສ້າງວິຖີດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ