ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ

(VOVWORLD) -ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ລົງທຶນໃສ່ຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກເພື່ອກະກຽມຮັບມືກັບໂລກລະບາດໃນອະນາຄົດໃຫ້ເປັນຢ່າງດີກວ່າ”
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ - ảnh 1(ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ)

ໃນລະຫວ່າງວັນທີ 25 – 26 ສິງຫາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ໄດ້ຈັດກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ (HLM12). ທີ່ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ລົງທຶນໃສ່ຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກເພື່ອກະກຽມຮັບມືກັບໂລກລະບາດໃນອະນາຄົດໃຫ້ເປັນຢ່າງດີກວ່າ”, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍເປົ້າໝາຍຄວບຄູ່ແມ່ນ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ໄດ້ແບ່ງປັນບົດຮຽນປ້ອງກັນ, ຕ້ານໂລກລະບາດຂອງ ຫວຽດນາມ ທີ່ເວທີປາໄສ ແລະ ກົງກັນຂ້າມ ຫວຽດນາມ ກໍ່ຈະຊອກຮູ້ບົດຮຽນຂອງບັນດາພື້ນຖານເສດຖະກິດສະມາຊິກ ເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ.

        ບັນດາຜູ້ແທນໄດ້ປະກອບຄຳເຫັນ, ສ້າງສັນ ແລະ ສະໜັບສະໜູນຖະແຫຼງການ HLM12. ຖະແຫຼງການດັ່ງກ່າວຈະໄດ້ລາຍງານທີ່ກອງປະຊຸມສຸດຍອດ APEC ໃນເດືອນ ພະຈິກ ຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ