ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລວມ ອາ​ຊຽນ - ຍີ​່​ປຸ່ນ

(VOVWORLD) -ບັນດາຜູ້ແທນຮັບຮູ້ວ່າ ບັນດາໂຄງການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19. 
ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລວມ ອາ​ຊຽນ - ຍີ​່​ປຸ່ນ - ảnh 1ກອງປະຊຸມຄັ້ງທີ 15 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ຍີ່ປຸ່ນ ຖືກຈັດຂຶ້ນຜ່ານທາງອອນລາຍ (ພາບ: TTXVN)

ວັນທີ 23 ມີນາ, ກອງປະຊຸມຄັ້ງທີ 15 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ຍີ່ປຸ່ນ (AJJCC) ຖືກຈັດຂຶ້ນຜ່ານທາງອອນລາຍ. ໃນຖານະເປັນປະເທດປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໃນອາຍຸການ 2018 – 2021, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ພ້ອມດ້ວຍ ທ່ານ Chiba Akira ເອກອັກຄະລັດຖະທູດ ຍີ່ປຸ່ນ ໄດ້ເປັນປະທານກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນຮັບຮູ້ວ່າ ບັນດາໂຄງການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19. ສະເພາະປີ 2020, ໃນຂອບເຂດກອງທຶນເຊື່ອມໂຍງ ອາຊຽນ - ຍີ່ປຸ່ນ, ມີ 32 ໂຄງການໄດ້ຮັບການຜັນຂະຫຍາຍ ລວມມູນຄ່າ 22 ລ້ານ USD ແລະ 25 ໂຄງການໄດ້ຮັບການອະນຸມັດຜ່ານ ລວມທຶນທັງໝົດ 17 ລ້ານ USD. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ໄດ້ສະແດງຄວາມຊົມເຊີຍ ຍີ່ປຸ່ນ ທີ່ໄດ້ອຸປະຖຳໃຫ້ແກ່ 11 ໂຄງການໃນຂອບເຂດແຜນການປະຕິບັດງານ ໄລຍະ III ແລະ ສະເໜີຍີ່ປຸ່ນ ສືບຕໍ່ປະກອບສ່ວນເຂົ້າໃນແຜນການປະຕິບັດງານໄລຍະທີ 4 ດ້ວຍບັນດາໂຄງການໃໝ່ ແລະ ແທດຈິງກວ່າ.


 

ຕອບກັບ

ຂ່າວ/ບົດ​ອື່ນ