ຫວຽດ​ນາມ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະພາມອບກຳມະສິດກອງທຶນ ອາຊຽນ

(VOVWORLD) - ຢູ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ກອງທຶນ ອາຊຽນ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ ກອງທຶນ ອາຊຽນ ເມື່ອ ຍາດໄດ້ 2 ລາງວັນສຳຄັນໃນປີ 2021.
ຫວຽດ​ນາມ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະພາມອບກຳມະສິດກອງທຶນ ອາຊຽນ    - ảnh 1ກອງປະຊຸມຄັ້ງ ທີ 46 ສະພາມອບກຳມະສິດ ກອງທຶນ ອາຊຽນ

ວັນທີ 10 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເປັນປະທານກອງປະຊຸມຄັ້ງ ທີ 46 ສະພາມອບກຳມະສິດ ກອງທຶນ ອາຊຽນ (AF BOT 46) ຕາມຮູບການທາງອອນລາຍ, ດ້ວຍບົດບາດເປັນປະທານ  ສະພາມອບກຳມະສິດກອງທຶນ ອາຊຽນ  ປີ 2021. ກອງປະຊຸມໄດ້ຕີລາຄາບັນດາການເຄື່ອນໄຫວ ໂດຍ ກອງທຶນ ອາຊຽນ ຈັດຂຶ້ນ ແລະ ຜັນຂະຫຍາຍ ເລີ່ມແຕ່ເດືອນ ພະຈິກ 2020 - ເດືອນ ພຶດສະພາ 2021, ເຖິງວ່າໂລກລະບາດໂຄວິດ - 19 ເກີດຂຶ້ນ ເຊິ່ງໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງ ຕໍ່ບັນດາການເຄື່ອນໄຫວ ແລະ ໂຄງການຂອງກອງທຶນ.

        ຢູ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ກອງທຶນ ອາຊຽນ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ ກອງທຶນ ອາຊຽນ ເມື່ອ ຍາດໄດ້ 2 ລາງວັນສຳຄັນໃນປີ 2021.

        ໃນໄລຍະຈະມາເຖິງ, ກອງທຶນ ອາຊຽນ ຈະສືບຕໍ່ສຸມໃສ່ບັນດາເປົ້າໝາຍຍຸດທະສາດລວມມີ: ເພີ່ມທະວີຄວາມຮັບຮູ້ກ່ຽວກັບອາຊຽນ, ເພີ່ມທະວີກຳລັງຄວາມສາມາດໃນການຈັດຕັ້ງ, ຍົກສູງພາບພົດ, ຊື່ສຽງອົງການ, ພ້ອມທັງຍູ້ແຮງການຊອກຫາບັນດາແຫຼ່ງອຸປະຖຳງົບປະມານໃຫ້ແກ່ກອງທຶນ ເພື່ອຜັນຂະຫຍາຍບັນດາໂຄງການຮັບໃຊ້ໃຫ້ແກ່ບັນດາບຸລິມະສິດ ຂອງ ອາຊຽນ ໃນບັນດາຂົງເຂດຄື: ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19, ວິທະຍາສາດເຕັກໂນໂລຢີ, ຫົວຄິດປະດິດສ້າງ, ການປ່ຽນແປງໃໝ່, ພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມ…

ຕອບກັບ

ຂ່າວ/ບົດ​ອື່ນ