ຫວຽດນາມ ເຫັນດີຊຸກຍູ້ການຮ່ວມມືກັບ ອິນໂດເນເຊຍ ແລະ ບຣູໄນ

(VOVWORLD) - ທີ່ການພົບປະກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນ, ກະກຽມໃຫ້ການຢ້ຽມຢາມຂັ້ນສູງ
ຫວຽດນາມ ເຫັນດີຊຸກຍູ້ການຮ່ວມມືກັບ ອິນໂດເນເຊຍ ແລະ ບຣູໄນ - ảnh 1ການພົບປະສອງຝ່າຍລະຫວ່າງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອິນໂດເນເຊຍ

ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດຢູ່ນະຄອນຫຼວງ ນິວເດລີ, ວັນທີ 16 ມິຖຸນາ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ.

        ທີ່ການພົບປະກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນ, ກະກຽມໃຫ້ການຢ້ຽມຢາມຂັ້ນສູງ ແລະ ກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ໃນປີ 2022 ໃຫ້ເປັນຢ່າງດີ. ລັດຖະມົນຕີສອງປະເທດ ກໍ່ເຫັນດີເປັນເອກະພາບຕໍ່ການສຳຜັດ ແລະ ແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນບົນພື້ນຖານເຄົາລົບກົດໝາຍສາກົນເພື່ອເປົ້າໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.

        ໃນຂະນະນັ້ນ, ທີ່ການພົບປະກັບທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບຣູໄນ (1992 – 2022) ໃຫ້ເປັນຢ່າງດີ; ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດ ແລະ ຈັດຕັ້ງກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຢູ່ ບຣູໄນ ໃນໄລຍະຈະມາເຖິງ; ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືໃນຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ…

ຕອບກັບ

ຂ່າວ/ບົດ​ອື່ນ