ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍຂອງ ອົດສະຕາລີ ສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຄາດວ່າ ບັນຫາການປ່ຽນແປງພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດ ຈະແມ່ນເສົາຄ້ຳຂອງການຮ່ວມມືຕໍ່ໄປລະຫວ່າງ 2 ປະເທດ, ເມື່ອ 2 ປະເທດກ້າວໄປເຖິງການຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍຂອງ ອົດສະຕາລີ ສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski)

  ວັນທີ 03 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 03-04 ມິຖຸນາ. ຫາງສຽງ ອົດສະຕາລີ ຖືວ່າ ການຢ້ຽມຢາມຄັ້ງນີ້ເປັນການສະແດງໃຫ້ເຫັນເລື່ອງ ອົດສະຕາລີ ຖືເປັນສຳຄັນ ແລະ ຢາກຍູ້ແຮງການພົວພັນກັບ ຫວຽດນາມ ຫຼາຍກວ່າເກົ່າ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ໃຫ້ຮູ້ວ່າ, ຄາດວ່າ ບັນຫາການປ່ຽນແປງພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດ ຈະແມ່ນເສົາຄ້ຳຂອງການຮ່ວມມືຕໍ່ໄປລະຫວ່າງ 2 ປະເທດ, ເມື່ອ 2 ປະເທດກ້າວໄປເຖິງການຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ຄຽງຂ້າງ 3 ເສົາຄ້ຳຮ່ວມມືຕົ້ນຕໍໃນປະຈຸບັນແມ່ນ: ເສດຖະກິດ, ພູມປັນຍາ ແລະ ການປ່ຽນແປງໃໝ່; ການປ້ອງກັນຊາດ ແລະ ຍຸດທະສາດ. ທ່ານເອກອັກຄະລັດຖະທູດ Andrew Goledzinowski, ໃຫ້ຮູ້ວ່າ:

        “ນີ້ແມ່ນການເດີນທາງໄປຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Andrew Goledzinowski ນັບແຕ່ເມື່ອທ່ານຂຶ້ນດຳລົງຕຳແໜ່ງກ່ອນນີ້ 1 ປີ, ດ້ວຍຄຳໝັ້ນສັນຍາຢ່າງແຮງໃນການຊຸກຍູ້ການຮ່ວມມືໃຫ້ນັບມື້ນັບແໜ້ນແຟ້ນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນ ຫວຽດນາມ. ສະນັ້ນ, ຂ້າພະເຈົ້າຄິດວ່າ, ໃນການຢ້ຽມຢາມຄັ້ງນີ້, ບັນດາການນຳ 2 ຝ່າຍຈະພ້ອມກັນປຶກສາຫາລື, ພິຈາລະນາໃນທຸກຂົງເຂດເຊິ່ງ ພວກເຮົາໄດ້ ແລະພວມຮ່ວມມືກັນຢ່າງມີປະສິດທິຜົນ. ແລະຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາການນຳຈະປຶກສາຫາລືກ່ຽວກັບກາລະໂອກາດຍົກລະດັບການພົວພັນ ຫວຽດນາມ - ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ