ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ວັນທີ 18 ມີນາ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 1ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ

ທ່ານພົນເອກ Vong Pisen ຢາກໃຫ້ຫວຽດນາມ ສືບຕໍ່ໜູນຊ່ວຍກຳປູເຈຍໃນຫຼາຍຂົງເຂດ, ພິເສດແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມທັງເພີ່ມທະວີການເຄື່ອນໄຫວສົມທົບກັນລະຫວ່າງສອງຝ່າຍຕື່ມອີກ ເປັນຕົ້ນແມ່ນການລາດຕະເວນຮ່ວມກັນຢູ່ຊາຍແດນ, ຝຶກຊ້ອມການກູ້ໄພ ເພື່ອຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນ.

ສ່ວນຄະນະຜູ້ແທນຫວຽດນາມ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ອວຍພອນທ່ານພົນເອກ Vong Pisen ທີ່ເປັນປະທານກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນຄັ້ງທີ 19 (ACDFM - 19) ສຳເລັດຜົນ, ພ້ອມທັງຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກຳປູເຈຍໃນປີ ເປັນປະທານອາຊຽນ 2022.

ຕອບກັບ

ຂ່າວ/ບົດ​ອື່ນ