ຫວຽດນາມ ແລະ ຍີ່ປຸ່ນ ປາດຖະໜາຢາກຍົກລະດັບການພົວພັນສອງປະເທດ

(VOVWORLD) - ບັນດາການນຳສອງປະເທດລ້ວນແຕ່ປາດຖະໜາຢາກຍົກການພົວພັນສອງຝ່າຍ, ເພື່ອອະນາຄົດພັດທະນາແບບຍືນຍົງຂອງ 2 ຊາດ, ປະຊາຊົນສອງປະເທດ
ຫວຽດນາມ ແລະ ຍີ່ປຸ່ນ ປາດຖະໜາຢາກຍົກລະດັບການພົວພັນສອງປະເທດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ
(ພາບ:VOV)

ຕອນເຊົ້າວັນທີ 27 ພະຈິກ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ບັນດາການນຳສອງປະເທດລ້ວນແຕ່ປາດຖະໜາຢາກຍົກການພົວພັນສອງຝ່າຍ, ເພື່ອອະນາຄົດພັດທະນາແບບຍືນຍົງຂອງ 2 ຊາດ, ປະຊາຊົນສອງປະເທດ. ທ່ານປະທານປະເທດ ສະເໜີໃຫ້ສະຖານທູດ ປະຕິບັດບັນດາແຜນນະໂຍບາຍ, ຂໍ້ຕົກລົງລະຫວ່າງສອງປະເທດໃຫ້ເປັນຢ່າງດີ, ໃນນັ້ນມີບັນດາຂໍ້ຕົກລົງບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້. ໜຶ່ງໃນບັນດາເນື້ອໃນສຳຄັນແມ່ນສືບຕໍ່ຊຸກຍູ້ການຮ່ວມມືສອງປະເທດ, ຊ່ວຍໃຫ້ ຫວຽດນາມ ເຂົ້າຮ່ວມເລິກເຊິ່ງກ່ວາໃນລະບົບການຜະລິດສະໜອງທົ່ວໂລກຂອງ ຍີ່ປຸ່ນ, ນຳ ຫວຽດນາມ ກາຍເປັນສະຖານທີ່ຫຼັກໃນລະບົບການຜະລິດຂອງຍີ່ປຸ່ນ. ພ້ອມນັ້ນ, ຊຸກຍູ້ການຮ່ວມມືທ້ອງຖິ່ນສອງປະເທດ, ເສີມຂະຫຍາຍ 100 ຄູ່ທ້ອງຖິ່ນສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມື.

ຫວຽດນາມ ແລະ ຍີ່ປຸ່ນ ປາດຖະໜາຢາກຍົກລະດັບການພົວພັນສອງປະເທດ - ảnh 2ການເຮັດວຽກກັບບັນດາສະມາຊິກພັກ LDP ກຳອຳນາດ

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ອະດິດນາຍົກລັດຖະມົນຕີ Suga Yoshihide ແລະ ບັນດາສະມາຊິກຫຼັກແຫຼ່ງຂອງຄະນະການນຳສະຫະພັນ ແລະ ສະມາຊິກລັດຖະສະພາບາງທ່ານໃນຄະນະການນຳຂອງພັກປະຊາທິປະໄຕເສລີ (LDP) ກຳອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ