ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ

(VOVWORLD) -ຕອນບ່າຍວັນທີ 26/4, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ 

    ຕີລາຄາສູງຕໍ່ໝາກຜົນການເຈລະຈາໃນຕອນເຊົ້າວັນດຽວກັນລະຫວ່າງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງຮອງປະທານປະເທດ ຫວຽດນາມວໍ້ທິແອ້ງຊວັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ 2 ຝ່າຍຈະສືບຕໍ່ສົມທົບກັນປະຕິບັດຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ. ໃນນັ້ນມີ ຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງປະທານປະເທດ ໃນເດືອນສິງຫາ 2021; ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງເປັນປະຈຳ; ມານະພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ກາຍເປັນເສົາຄ້ຳອັນແທ້ຈິງໃນການພົວພັນຂອງສອງປະເທດ; ປະສານສົມທົບຊອກຫາແຫຼ່ງທຶນ, ທິດທາງໃໝ່ ແລະ ມີປະສິດທິຜົນໃຫ້ແກ່ບັນດາໂຄງການຮ່ວມມື. 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງກໍ່ສ້າງ, ສາທາລະນະສຸກ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ສືບຕໍ່ສົມທົບກັນ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນການຮ່ວມມືຮັກສາຄວາມສາມັກຄີ. ແລະບົດບາດໃຈກາງຂອງອາຊຽນ.

     ສ່ວນທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງໃນທຸກດ້ານທີ່ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ, ພິເສດແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ຢືນຢັນຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບການນຳຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

    2 ຝ່າຍຢືນຢັນຄວາມໝາຍສຳຄັນຂອງ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ ; ລາວ - ຫວຽດນາມ 2022” ແລະ ໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ  45 ປີ. ແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດ, ກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ. ລະຫວ່າງ ຫວຽດນາມ ແລະ ລາວ.
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ - ảnh 2ທ່ານນາງຮອງປະທານປະເທດ ວໍ່ທິແອ້ງຊວັນ ເຈລະຈາກັບທ່ານນາງຮອງປະທານປະເທດລາວ ປານີ ຢາທໍ່ຕູ້ 

     ກ່ອນໜ້ານັ້ນຄືໃນຕອນເຊົ້າວັນດຽວກັນ ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ວໍ່ທິແອ້ງຊວັນ ໄດ້ມີການເຈລະຈາ ກັບທ່ານນາງຮອງປະທານປະເທດລາວ ພາຍຫຼັງພິທີຕ້ອນຮັບ.

     ທີ່ການພົບປະເຈລະຈາ, ຮອງປະທານປະເທດທັງສອງ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄຸນຄ່າຂອງການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ເພື່ອຄວາມໝັ້ນຄົງ ແລະ ພັດທະນາຂອງແຕ່ລະປະເທດ, ເປັນຕົ້ນແມ່ນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນ ພາກພື້ນ.

   ຮອງປະທານປະເທດທັງສອງ ໄດ້ແລກປ່ຽນຄຳເຫັນກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ຊຸກຍູ້ ການສົມທົບກັນ ຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ເປັນເອກະພາບກັນທາງດ້ານທັດສະນະການແກ້ໄຂການຂັດແຍ້ງກັນໃນພາກພື້ນ ແລະ ໃນໂລກໂດຍສັນຕິວິທີ ແລະ ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ