ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026

(VOVWORLD) -CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). 
ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026 - ảnh 1ຫວຽດນາມ ແລະ ສປຊ ລົງນາມໃນເອກະສານ ແຜນແມ່ບົດຍຸດທະສາດຮ່ວມມືພັດທະນາແບບຍືນຍົງ ໄລຍະ 2022 – 2026 (ພາບ: baochinhphu.vn)

ຕອນບ່າຍວັນທີ 11 ສິງຫາ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ລົງນາມໃນເອກະສານແຜນແມ່ບົດຍຸດທະສາດຮ່ວມມືພັດທະນາແບບຍືນຍົງ (CF) ໄລຍະ 2022 – 2026 ລະຫວ່າງລັດຖະບານ ຫວຽດນາມ ແລະ ບັນດາອົງການຕ່າງໆຂອງ ສປຊ ທີ່ໄດ້ປະຈຳ ຫຼື ບໍ່ປະຈຳ ຢູ່ ຫວຽດນາມ. CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ແຜນແມ່ບົດຍຸດທະສາດ ໄດ້ສຸມໃສ່ 4 ຂົງເຂດພັດທະນາຕົ້ນຕໍ, ນັ້ນແມ່ນ: ຂົງເຂດພັດທະນາສັງຄົມແບບກວມລວມ; ຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບມືກັບໄພທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ; ຂົງເຂດແບ່ງປັນຄວາມວັດທະນາຖາວອນ, ຂົງເຂດຄຸ້ມຄອງ ແລະ ເຂົ້າເຖິງຄວາມຍຸຕິທຳ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວນຈີຢຸງ ໃຫ້ຮູ້ວ່າ:

        “ພ້ອມກັບຄູ່ຮ່ວມມືພັດທະນາອື່ນ, ສປຊ ມີບົດບາດສຳຄັນໃນການໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ ແລະ ເຂົ້າຮ່ວມການພັດທະນາລວມຂອງສາກົນຢ່າງແຮງ”.

        ສ່ວນທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ສປຊ ໃນການກໍ່ສ້າງສາຍພົວພັນຄູ່ຮ່ວມມືແໜ້ນແຟ້ນລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າທີ່ບັນລຸໄດ້ໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ