ຫວຽດນາມ ແລະ ອາເມລິກາ ສືບຕໍ່ຮ່ວມມື ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

ຫວຽດນາມ ແລະ ອາເມລິກາ ສືບຕໍ່ຮ່ວມມື ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູ​​ດວິສາມັນ​ຜູ້​ມີ​ອຳນາດ​ເຕັ​ມ​ແຫ່ງ ສສ ຫວຽດນາມ
ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ
(ພາບ: TTXVN)

(vovworld) - ວັນ​ທີ 13/6, ທ່ານ​ເອກ​ອັກຄະ​ລັດຖະທູ​​ດວິສາມັນ​ຜູ້​ມີ​ອຳນາດ​ເຕັ​ມ​ແຫ່ງ ສສ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະຈຳ​ປີ​ຂອງ​ສະຫະພັນ​ແຫ່ງ​ຊາດ ບັນດາ​ຄອບຄົວທີ່​ມີທະຫານ ອາ​ເມ​ລິ​ກາ ຖືກ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ POW/ MIA ອາ​ເມ​ລິ​ກາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສະຫະພັນ​ນີ້. ນີ້​​ແມ່ນ​ຄັ້ງ​ທຳ​ອິດເອກ​ອັກຄະ​ລັດຖະທູ​​ດວິສາມັນ​ຜູ້​ມີ​ອຳນາດ​ເຕັ​ມ​ແຫ່ງ ສສ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະຈຳ​ປີ​ຂອງ​ສະຫະພັນ​ບັນດາ​ຄອບຄົວ POW/ MIA. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ຊີ້​ແຈ້ງວ່າ: ຢູ່ ຫວຽດນາມ ຍັງ​ມີ​ຫຼາຍ​ກໍລະນີ​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ຈິດ​ໃຈ “ປະອະ​ດີດໄວ້, ​ມຸ້ງ​ໄປສູ່​ອະນາຄົດ”, ຫວຽດນາມ ​ໄດ້​ຮ່ວມ​ມື​ດ້ວຍ​ເຈດ​ຕະນາ​ດີ​ກັບ ອາ​ເມ​ລິ​ກາ ​ໃນ​ບັນຫາ MIA ພາຍ​ລັງ​ສົງຄາມ ​ແລະ ຖື​ວ່ານີ້​ແມ່ນ​ບັນຫາ​ມະນຸດສະທຳ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ທັງ 2 ຝ່າຍ, ມີ 693 ​ໃນ​ຈຳນວນ 1.983 ກໍລະນີ MIA ຂອງ ອາ​ເມ​ລິ​ກາ ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ແກ້​ໄຂ. ທ່ານເອກ​ອັກຄະ​ລັດຖະທູ​​ດ ຫງວຽນ​ກວກ​​ເກື່ອງ ກໍ່​ໄດ້​ຮັບ​ຮູ້​ບັນດາ​ການ​ຮ່ວມ​ມື​ຂອງ ອາ​ເມ​ລິ​ກາ ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ເຖິງ​ເກືອບ 1.000 ກໍລະ​ນີທະຫານ ຫວຽດນາມ ຫາຍ​ສາບ​ສູນ​ໃນ​ສົງຄາມ. ​ເນື່ອງ​ໃນ​ໂອກາດ​ນີ້, ອີກ​ຄັ້ງ​ໜຶ່ງ​ທ່ານ ອິດເອກ​ອັກຄະ​ລັດຖະທູ​​ດ ​ໄດ້​ຢັ້ງຢືນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ສືບ​ຕໍ່​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ໃນ​ການ​ແກ້​ໄຂ​ບັນຫາ MIA, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ລັດຖະບານ ກໍ່​ຄື ບັນດາ​ອົງການ​ສັງຄົມ ອາ​ເມລິ​ກາ, ​ໃນ​ນັ້ນ​ມີສະຫະພັນ​ແຫ່ງ​ຊາດ ບັນດາ​ຄອບຄົວ POW/ MIA ອາ​ເມ​ລິ​ກາ ສືບ​ຕໍ່​ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກໍລະນີ​ຫາຍ​ສາບ​ສູນ​ຂອງ ຫວຽດນາມ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມຍິ່ງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ບັນຫາ​ທາດ​ພິດ​ສີ​ສົ້ມ ​ແລະ ​ເກັບ​ກູ້​​ລະ​ເບີດຍັງບໍ່ທັນແຕກ.

ຂ່າວ/ບົດ​ອື່ນ