ຫວຽດນາມ ແລະ ໄທ ເພີ່ມທະວີການພົບປະແລກປ່ຽນນັກຮຽນ, ຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ

(VOVWORLD) -  ຕອນບ່າຍວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ, ທ່ານ ຝູ່ງຊວັນຍະ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຕ້ອນຮັບທ່ານ ຕານີ ແສງລັດ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ.
ຫວຽດນາມ ແລະ ໄທ ເພີ່ມທະວີການພົບປະແລກປ່ຽນນັກຮຽນ, ຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານ ຝູ່ງຊວັນຍະ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ   ຕານີ ແສງລັດ ຊຸກຍູ້ເພື່ອໃຫ້ 2 ປະເທດໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືການສຶກສາທີ່ໄດ້ລົງນາມໃນປີ 2004 ຄືນໃໝ່ໂດຍໄວ; ສືບຕໍ່ໜູນຊ່ວຍບັນດາໂຄງການ, ລາຍການທີ່ພວມໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ ເປັນຕົ້ນແມ່ນຫຼັກສູດການສອນພາສາໄທ ຢູ່ຕາມໂຮງຮຽນມະຫາວິທະຍາໄລຂອງ ຫວຽດນາມ; ໜູນຊ່ວຍຍູ້ແຮງການສິດສອນພາສາ ຫວຽດ ຢູ່ ໄທ; ໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງໃນການສ້າງຕັ້ງສູນພາສາ ແລະ ການສຶກສາ ຫວຽດນາມ ຢູ່ ໄທ.

ສ່ວນທ່ານເອກອັກຄະລັດຖະທູດ ຕານີ ແສງລັດ ໃຫ້ຮູ້ວ່າ: ຄາດວ່າໃນປີ 2020 ກະຊວງສຶກສາ ໄທ ຈະຈັດຕັ້ງກອງປະຊຸມສຳມະນາ ເພື່ອໃຫ້ຄູອາຈານ ຫວຽດນາມ ແລະ ຄູອາຈານບັນດາປະເທດ ອາຊຽນ ໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວິທີສິດສອນ; ໃນປີນີ້, ສະຖານທູດ ໄທ ປະຈຳ ຫວຽດນາມ ກໍ່ຈະຈັດຕັ້ງກອງປະຊຸມຫວນຄືນ 20 ປີແຫ່ງການສິດສອນພາສາໄທ ຢູ່ ຫວຽດນາມ, ພ້ອມກັນນັ້ນ ຈະຈັດຕັ້ງເວທີປາໄສການສຶກສາໄທ ຢູ່ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຄູອາຈານທີ່ມາຈາກບັນດາມະຫາວິທະຍາໄລຂອງໄທ.

ຕອບກັບ

ຂ່າວ/ບົດ​ອື່ນ