ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ

(VOVWORLD) -ຕອນເຊົ້າວັນທີ 4 ກໍລະກົດ ຢູ່ ນະຄອນຫລວງ ວຽງຈັນ, ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການປັບປຸງລັດຖະທຳມະນູນ. ທ່ານ ປອ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເປັນປະທານຮ່ວມກອງປະຊຸມສຳມະນາ.
ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ - ảnh 1ທ່ານ ປອ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເປັນປະທານຮ່ວມກອງປະຊຸມສຳມະນາ.ພາບ:VOV

ທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ແບ່ງປັນເລື່ອງປັບປຸງ, ເພີ່ມເຕີມລັດຖະທຳມະນູນ ແມ່ນວຽກງານສຳຄັນຍິ່ງຂອງແຕ່ລະປະເທດ; ໃຫ້ຮູ້ວ່າ: ທັດສະນະຊີ້ນຳຂອງພັກກອມມູນິດຫວຽດນາມ ໃນການປັບປຸງ,ເພີ່ມເຕີມລັດຖະທຳມະນູນ;ສະພາບການກໍ່ສ້າງ, ປະກາດໃຊ້ລັດຖະທຳມະນູນ; ແນວຄິດ, ການນຳນົດທິດຂອງພັກໃນການປັບປຸງ, ເພີ່ມເຕີມລັດຖະທຳມະນູນ; ການຜັນຂະຫຍາຍປະຕິບັດລັດຖະທຳມະນູນ ແລະນຳເອົາລັດຖະທຳມະນູນເຂົ້າປະຕິບັດໃນຊີວິດ

          ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເນັ້ນຫນັກຢ່າງແຮງບັນດາບົດຮຽນປະສົບການກ່ຽວກັບການປັບປຸງລັດຖະທຳມະນູນ ຊື່ງ ຫວຽດນາມ ໄດ້ແບ່ງປັນໃນຄັ້ງນີ້ ແມ່ນບັນດາບົດຮຽນມີຄວາມໝາຍສຳຄັນສຳລັບຄະນະກຳມະການແຫ່ງຊາດກ່ຽວກັບການປັບປຸງລັດຖະທຳມະນູນປີ 2015 ຂອງລາວ.ເລື່ອງໝູນໃຊ້ບົດຮຽນປະສົບກັນກ່ຽວກັບການປັບປຸງລັດຖະທຳມະນູນຂອງຫວຽດນາມ ຈະຊ່ວຍໃຫ້ວຽກງານປັບປຸງລັດຖະທຳມະນູນປີ 2015 ຂອງລາວ ໃຫ້ມີເນື້ອໃນອຸດົມສົມບູນ, ເຄັ່ງຄັດກວ່າ, ຮັບປະກັນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃນກົງຈັກຂອງພັກ, ລັດ ຂອງ ລາວ, ຮັບປະກັນການຮັບໃຊ້ສິດ ແລະຜົນປະໂຫຍດຢ່າງຍຸຕິທຳໃຫ້ແກ່ປະຊາຊົນ ລາວ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ