ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ ບັນ​ດາ​ສານ​ສາ​ກົນ

(VOVWORLD) -ວັນທີ 2 ມິຖຸນາ (ຕາມເວລາ ນິວຢອກ), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານກຸ່ມປະຕິບັດງານບໍ່ເປັນທາງການຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສານສາກົນ, ໄດ້ເປັນປະທານກອງປະຊຸມປະຈຳໄລຍະ 6 ເດືອນ ຂອງກຸ່ມປະຕິບັດງານ.

ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ ບັນ​ດາ​ສານ​ສາ​ກົນ - ảnh 1ກອງປະຊຸມກຸ່ມປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສາສາກົນ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນຖານະເປັນປະທານກຸ່ມປະຕິບັດງານ ຈະໜູນຊ່ວຍຊຸກຍູ້ການເຈລະຈາ ລະຫວ່າງກຸ່ມປະຕິລັດງານ ກັບ ປະທານ, ໄອຍະການຂອງ ກົນໄກເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ຂອງກົນໄກ ໂດຍ ສະພາຄວາມໝັ້ນຄົງ ສປຊ ມອບໝາຍໃຫ້, ຜ່ານນັ້ນຊຸກຍູ້ການປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ.

ພາບຫຼັງຮັບຟັງການລາຍງານຂອງປະທານ, ໄອຍະການຂອງກົນໄກ, ກຸ່ມປະຕິບັດງານໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າບັນດາວຽກງານ ພິພາກສາ, ຊອກຈັບຜູ້ຖືກສົງໄສ ທີ່ພວມລົບໜີ ໄປປະຕິບັດຕາມຄຳຕັດສິນຂອງສານ, ຮ່ວມມື ແລະ ໜູນຊ່ວຍສານແຫ່ງຊາດ ແລະ ຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ຜູ້ຖືກຈຳຄຸກ, ພະນັກງານ, ພາລະກອນຂອງກົນໄກ, ກໍ່ຄືບັນດາມາດຕະການເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວ, ຊຸກຍູ້ການປະຕິບັດຕາມຂໍ້ສະເໜີຂອງ ສະພາຄວາມໝັ້ນຄົງ ສປຊ ມະຕິເລກທີ 2529 (ປີ 2020) ແລະ ປະຕິບັດສຳເລັດໜ້າຂອງກົນໄກໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ