ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ສົມ​ທ​ົບ​ ກັບ WTO ​ຢ່າງ​ຕັ້ງ​ໜ້າ ແລະ ແໜ້ນ​ແຟ້ນ

(VOVWORLD) -ວັນທີ 17 ກຸມພາ, ຢູ່ສຳນັກງານອົງການການຄ້າໂລກ (WTO) ຢູ່ເຊີແນວ, ປະເທດ ສະວິດ, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ຢູ່ ເຊີແນວ, ໄດ້ຍື່ນສານຕາຕັ້ງຂອງທ່ານ ຫງວຽນຝູຈ້ອງ ປະທານປະເທດ ຫວຽດນາມ ຕໍ່ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ສົມ​ທ​ົບ​ ກັບ WTO ​ຢ່າງ​ຕັ້ງ​ໜ້າ ແລະ ແໜ້ນ​ແຟ້ນ - ảnh 1ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ ຕໍ່ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO (ພາບ:TTXVN)

ໃນການແລກປ່ຽນເນື່ອງໃນໂອກາດຍື່ນສານຕາຕັ້ງ, ທ່ານນາງ ເລທິຕວຽດມາຍ ໄດ້ຢັ້ງຢືນວ່າ ຫວຽດນາມຢຶດໝັ້ນຕໍ່ນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ, ແມ່ນ ສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ WTO, ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO.

ສ່ວນທ່ານ ຜູ້ອຳນວຍການໃຫຍ່ Azevedo ຫວັງວ່າ ຫວຽດນາມ ຈະມີບັນດາການປະກອບສ່ວນຕັ້ງໜ້າໃຫ້ແກ່ວິວັດທະນາການປະຕິຮູບ WTO, ພິເສດ ໃນສະພາບການລະບົບການຄ້າຫຼາຍຝ່າຍນີ້ພວມຢູ່ໃນໄລຍະທີ່ເຕັມໄປດ້ວຍການທົດສອບດ້ວຍຫຼາຍບັນຫາທີ່ຕ້ອງປ່ຽນແປງເພື່ອໃຫ້ເໝາະສົມກັບສະພາບການໃໝ່ກ່ວາອີກ ແລະ ສືບຕໍ່ຢັ້ງຢືນບົດບາດເປັນເສົາຄ້ຳຂອງການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ