ຫວຽດ​ນາມ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ ສືບ​ຕໍ່​ສະ​ຫງວນ​ບຸ​ລິມ​ະ​ສິດ​ການ​ສົມ​ທົບ​ກັນ​ໜູນ​ຊ່ວຍຫຼຸດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ໂລກ​ລ​ະ​ບາດ​ໂຄວິດ - 19

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ສະເໜີໃຫ້ບັນດາປະເທດ ສືບຕໍ່ສະຫງວນການບຸລິມະສິດສົມທົບກັນໜູນຊ່ວຍຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດໂຄວິດ - 19, ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ຟື້ນຟູການພັດທະນາເສດຖະກິດໃນພາກພື້ນ
ຫວຽດ​ນາມ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ ສືບ​ຕໍ່​ສະ​ຫງວນ​ບຸ​ລິມ​ະ​ສິດ​ການ​ສົມ​ທົບ​ກັນ​ໜູນ​ຊ່ວຍຫຼຸດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ໂລກ​ລ​ະ​ບາດ​ໂຄວິດ - 19 - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ອາຊຽນ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ຕອນຄ່ຳວັນທີ 24 ມິຖຸນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ລວມມີບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມື EAS ລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ, ອາເມລິກາ, ອິນເດຍ, ອົດສະຕາລີ, ນິວຊີແລນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ສະເໜີໃຫ້ບັນດາປະເທດ ສືບຕໍ່ສະຫງວນການບຸລິມະສິດສົມທົບກັນໜູນຊ່ວຍຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດໂຄວິດ - 19, ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ຟື້ນຟູການພັດທະນາເສດຖະກິດໃນພາກພື້ນ, ພ້ອມທັງໜູນຊ່ວຍບັນດາຄວາມມານະພະຍາຍາມຮັດແຄບຊ່ອງວ່າງ ການພັດທະນາ ແລະ ຮັບປະກັນການພັດທະນາຢ່າງສະໝຳສະເໝີ, ຍືນຍົງ ຢູ່ພາກພື້ນ, ເປັນຕົ້ນແມ່ນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ. ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ຢັ້ງຢືນຄືນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ສະເໜີໃຫ້ ບັນດາຝ່າຍສືບຕໍ່ປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19  ເພື່ອປະຕິບັດສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ ໂດຍໄວ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982), ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ