ຫວຽດນາມຈະແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ
ເ
ສດຖະກິດ ຫວຽດນາມ ຈະດຶງດູດນັກລົງທຶນຕ່າງປະເທດ
(ພາບ: Thanh Vũ/TTXVN)
(vovworld) – ພາຍໃຕ້ຫົວຂໍ້ວ່າ “ຫວຽດນາມ, ກາລະໂອກາດໃໝ່ໃຫ້ບັນດານັກລົງທຶນຕ່າງປະເທດ“, ໜັງສືພິມເສດຖະກິດລາຍວັນຂອງອີຕາລີ ຖືວ່າ, ດ້ວຍເລື່ອງໃກ້ຈະລົງນາມໃນສັນຍາຄູ່ຮ່ວມມືເຂດປາຊີຝິກ (TPP), ຫວຽດນາມຈະກາຍເປັນປະເທດທີ່ດຶງດູດບັນດານັກລົງທຶນຕ່າງປະເທດ.
ບົດໜັງສືພິມຂຽນວ່າ: “ວັນທີ 1/11, ຫວຽດນາມ ໄດ້ຕ້ອນຮັບພົນລະເມືອງຜູ້ທີ 90 ລ້ານ, ນີ້ແມ່ນປະເທດທີ່ມີພົນລະເມືອງໜຸ່ມແໜ້ນ, ພັດທະນາຢ່າງວ່ອງໄວ ແລະ ໄດ້ເຊື່ອມຕົວເຂົ້າໜຶ່ງໃນບັນດາເຂດເສດຖະກິດດຶງດູດທີ່ສຸດຢູ່ອາຊີ ນັ້ນແມ່ນອາຊຽນ, ດ້ວຍພົນລະເມືອງ 610 ລ້ານຄົນ. ສັນຍາ TPP ຈະອະນຸຍາດໃຫ້ຫວຽດນາມ ເຊື່ອມຕົວເຂົ້າກັບກຸ່ມ 12 ປະເທດ ກວມ 40% GDP ຂອງໂລກ ແລະ 1/3 ມູນຄ່າແລກປ່ຽນການຄ້າຂອງທົ່ວໂລກ“. ຍ້ອນເຫດນັ້ນ, ນີ້ແມ່ນກາລະໂອກາດໃຫຍ່ ເຊິ່ງບັນດາວິສາຫະກິດອີຕາລີ ບໍ່ອາດພາດໂອກາດໄດ້.