ຫວຽດນາມຍາມໃດກໍຊຸກຍູ້ຄວາມສາມັກຄີ,ປອງດອງຊາດແລະສາສະໜາ

ຫວຽດນາມຍາມໃດກໍຊຸກຍູ້ຄວາມສາມັກຄີ,ປອງດອງຊາດແລະສາສະໜາ - ảnh 1
ພາບປະກອບ

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 7 – 8/4, ທີ່​ສຳນັກງານ​ ສປຊ ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ, ອົງການ​ຮັບຜິດຊອບ​ຕ້ານ​ກໍ່ການ​ຮ້າຍ​ຂອງ ສປຊ (CTITF) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປ້ອງ​ກັນ, ສ​ະກັດ​ກັ້ນ​ລັດທິ​ຫົວ​ຮຸ​ນ​ແຮງ. ຄະນະ​ຜູ້​ແທນ ຫວຽດນາມ​ ​ໂດຍ​ທ່ານ ຫງວຽນ​ຈູງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ​ວິສາມ​ັນຜູ້​ມີ​ອຳນາດ​ເຕັມ, ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ​ປະຈຳ ສປຊ ​ເປັນ​ຫົວໜ້າ​ຄະນະ. ກອງ​ປະຊຸມ​ຄັ້ງ​ນີ້​​ເປັນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ປະ​ເທດສະ​ແດງ​ທັດສະນະ​, ຄຳໝັ້ນ​ສັນຍາ​ດ້ານ​ການ​​ເມືອງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບົດຮຽນ​ຕົວ​ຈິງ, ຊ່ວຍ​ເສີມ​ຂະຫຍາຍ​ວຽກ​ງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການ​ຂະຫຍາຍຕົວ​ຂອງ​ລັດທິ​ຫົວ​ຮຸນ​ແຮງ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​ສັນຕິພາບ, ຄວາມ​ໜັ້ນຄົງ​ຂອງ​ໂລກ ກໍ​ຄື​ຄວາມ​ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ຖືກ​ຜົນ​ສະທ້ອນ​ຢ່າງ​​ເລິກ​ເຊິ່ງຍ້ອນ​ປະກົດ​ການ​ຫົວ​ຮຸນ​ແຮງ​ນີ້.

        ທີ່​ກອງ​ປະຊຸມ, ທ່ານ ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ຫງວຽນ​ຈູງ​ແທ່ງ ຖື​ວ່າ: ການ​ເຄື່ອນ​ໄຫວ​ຕໍ່​ສູ້​ຕ້ານ​ລັດທິ​ຫົວ​ຮຸນ​ແຮງ ຮຽກ​ຮ້ອງ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ ​ກໍ່​ຄື​ຄວາມ​ຕັດສິນ​ໃຈ​ເຄື່ອນ​ໄຫວ​ຢູ່​ໃນ​ລະດັບ​ຊາດ ​ແລະ ພາກ​ພື້ນ. ​ເຊິ່ງ​ແມ່ນ​ປະ​ເທດ​ມີ​ຫຼາຍ​ຊົນ​ເຜົ່າ ​ແລະ ສາສະໜາ​ຕ່າງໆພ້ອມ​ກັນ​ດຳລົງ​ຊີວິ​ດ, ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽ​ດນາມ ກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ສາມັກຄີ ​ແລະ ປອງ​ດອງ​ຊາດ ​ແລະ ສາສະໜາ, ຮັບ​ປະກັນ​ຄວາມ​ສະ​ເໝີ​ພາບ ​ແລະ ບໍ່​ຈຳ​ແນ​ກການ​ປະ​ພຶດ​ໄດ້​ປະກອບສ່ວນ​ຮັບປະກັນ​ຄວາມ​ສາມັກຄີ, ປອງ​ດອງຊາດ​ໃນ​ຕະຫຼອດ​ວິວັດທະນາ​ການ​ປະຫວັດສາດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ