ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງ ASEM

(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 13 ຂອງເວທີປາໄສການຮ່ວມມືອາຊີ - ເອີລົບ (ASEM) ໄດ້ໄຂຂຶ້ນໃນວັນທີ 20 ພະຈິກ ຢູ່ມຽນມາ.
ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງ ASEM - ảnh 1 (ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 13)

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຄັ້ງທີ 1 ກ່ຽວກັບ “ຄວາມສະໜິດຕິດພັນຢ່າງກົມກຽວລະຫວ່າງສັນຕິພາບ ແລະ ການພັດທະນາແບບຍືນຍົງ”, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ສະເໜີໃຫ້ອາຊີ ແລະ ເອີລົບ ຄວນສືບຕໍ່ນຳໜ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໂລກ, ຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ. 2 ທະວີບກໍ່ຄວນນຳໜ້າໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ 2030, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ກວມລວມ, ຫຼຸດຜ່ອນຄວາມທຸກຍາກ, ເຊື່ອມຕໍ່ຢ່າງຮອບດ້ານ ແລະ ມີຄຸນນະພາບ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນເຈົ້າການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ ASEM.

        ທີ່ວາລະປະຊຸມຄົບຄະນະຄັ້ງທີ 2 ກ່ຽວກັບ “ການຊຸກຍູ້ການພົວພັນຄູ່ຮ່ວມມື ASEM ຂະຫຍັນຂັນເຄື່ອນ ແລະ ສະໜິດຕິດພັນກວ່າໃນທົດສະວັດທີ 3 ຂອງການຮ່ວມມື” ໃນຕອນບ່າຍວັນດຽວກັນ, ກອງປະຊຸມກໍ່ຢືນຢັນການຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງແຮງແຂງ ແລະ ຂະຫຍັນຂັນເຄື່ອນກວ່າລະຫວ່າງອາຊີ ແລະ ເອີລົບ ພ້ອມກັບບັນດາຫຼັກການຂອງ ASEM ກ່ຽວກັບຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ