ຫວຽດນາມບໍ່ກູ້ຢືມທຶນ IMF ເພື່ອແກ້ໄຂໜີ້ເສຍ

ຫວຽດນາມບໍ່ກູ້ຢືມທຶນ IMF ເພື່ອແກ້ໄຂໜີ້ເສຍ - ảnh 1
(ພາບປະກອບ)

(vovworld) -  ”ບໍ່​ມີ​ເລື່ອງ​ຫວຽດນາມ​ກູ້​ຢືມ​ຫຼື​ຕັ້ງ​ໃຈ​ກູ້​ຢືມ​ທຶນ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ  (IMF) ​ເພື່ອ​ແກ້​ໄຂ​ໜີ້​ເສຍ” ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ Le Minh Hung, ຕໍ່ໜ້າ​ຂ່າວ​ຄາວຈຳນວນ​ໜຶ່ງ​ທີ່​ຖື​ວ່າ​ຫວຽດນາມ​ຕ້ອງ​ຮຽກຮ້ອງ​ການ​ກູ້​ຊ່ວຍ​ຈາກ IMF . ​ໃນ​ຂະນະ​ນັ້ນ, ຕາມ​ການ​ຕີ​ລາຄາ​ຂອງ​ລັດຖະບານ ​ແລະ IMF ​ແລ້ວ, ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຢູ່​ຫວຽດນາມ​ ໃນ​ປະຈຸ​ບັນ​ໄດ້​ມີ​ການ​ຫັນປ່ຽນ​ຕັ້ງໜ້າ​ຫຼາຍ​ຢ່າງ​ຕາມ​ທິດ​ເປັນ​ປົກກະຕິ, ພິ​ເສດ​ແມ່ນ​ດຸ່ນການ​ຄ້າ ​ແມ່ນ​ບັນລຸ​ລະດັບ​ເຫຼືອ​ເຟືອ​ສູງ, ການ​ສະ​ສົມ​​ເງິນຕາກົນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະຫຼາດ ​ແລະ ໝູ່​ມະຫາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ແຮງ. ​ໃນ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ຄື​ແນວ​ນັ້ນ ບໍ່​ມີ​ສາຍ​ເຫດ​ໃດ​ເພື່ອ​ເຮັດ​ໃຫ້​ຫວຽດນາມ ຕ້ອງ​ສຳ​ພັດ​ກັບ​ສິນ​ເຊື່ອ​ຂອງ IMF.

ຂ່າວ/ບົດ​ອື່ນ