ຫວຽດນາມບັນລຸກ່ອນກຳນົດເວລາສຳລັບ5/8ເປົ້າໝາຍພັດທະນາສະຫັດສະວັດ

ຫວຽດນາມບັນລຸກ່ອນກຳນົດເວລາສຳລັບ5/8ເປົ້າໝາຍພັດທະນາສະຫັດສະວັດ - ảnh 1
ຫວຽດນາມບັນລຸກ່ອນກຳນົດເວລາ
ສຳລັບ5/8ເປົ້າໝາຍພັດທະນາສະຫັດສະວັດ
(ພາບປະກອບ: baodautu)

(vovworld) – ວັນ​ທີ 24/09, ຫ​້ອງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ ຕີ​ລາຄາ​ໝາກຜົນ​ 15 ປີ​ແຫ່ງ​ການປະຕິບັດ​​ເປົ້າໝາຍ​ສະຫັດ​ສະວັດ​ໃນ​ໂລກ ​ແລະ ຫວຽດນາມ. ຢູ່​ທີ່​ນີ້, ບັນດາ​ນັກ​ຊ່ຽວຊານ​ສະຫະ​ປະຊາ​ຊາດ ​ເນັ້ນ​ໜັກ​ວ່າ: ​​ໂດຍແມ່ນ​ສະມຊິກ​ຂອງ​ສະຫະ​ປະຊາ​ຊາດ, ຫວຽດນາມ ​ໄດ້​ບັນລຸກ່ອນ​ກຳນົດ​ເວລາສຳລັບ 5 ​ໃນ​ຈຳນວນ 8 ​ເປົ້າໝາ​ຍພັດທະນາ​ສະຫັດ​ສະຫວັດ. ​ແຕ່​ວ່າ, ຫວຽດນາມ ຫາ​ກໍ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ດີ​ພໍ​ສົມຄວນ ຢູ່​ໃນ 3 ​ເປົ້າໝາຍ​ພັດທະນາ​ສະຫັດ​ສະວັດ, ສ່ວນ​ຍັງ​​ເຫຼືອລວມທັງ: ການ​ສະກັດກັ້ນ ​ແລະ ຍູ້​ຖອຍເຊື້ອ HIV/AIDS, ​ໄຂ​ຍຸງ ​ແລະ ບັນດາ​ໂລກ​ຜະ​ຍາດ​ອື່ນໆ; ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ເພື່ອ​ການ​ພັດທະນາ. ຕາມ​ບັນດາ​ນັກ​ຊ່ຽວຊານ​ສະຫະ​ປະຊາ​ຊາດ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຕ້ອງ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ສະຫັດ​ສະວັດ​ທີ່​ຍັງ​​ເຫຼືອ​ໂດຍ​ໄວ, ​ເພີ່ມ​ທະ​ວີ​ບັນດາ​ນະ​ໂຍບາຍ​ຢ່າງ​ແຮງ ກໍ​ຄື​ຍົກ​ອອກ​ບັນດາ​ການ​ກຳ​ນົດທິດ​ໃຫ້​ເໝາະ​ສົມ​ກວ່າ ​ເພື່ອ​ແນ​ໃສ່​ປະຕິບັດ​ເປົ້າໝາຍ​ສະຫັດ​ສະວັດ.

ຂ່າວ/ບົດ​ອື່ນ