ຫວຽດນາມບັນລຸລະດັບເຕີບໂຕການສົ່ງອອກ-ນຳເຂົ້າທີ່ໜ້າຊື່ນຊົມ

ຫວຽດນາມບັນລຸລະດັບເຕີບໂຕການສົ່ງອອກ-ນຳເຂົ້າທີ່ໜ້າຊື່ນຊົມ - ảnh 1
ການປຸງແຕ່ງໝາກໝ່ວງຫິມະພານ
(ພາບ: Vũ Sinh/TTXVN)

(vovworld) –  ທ່ານ Roberto Azevedo, ຜູ້ອຳນວຍການ​ອົງການ​ການ​ຄ້າ​ໂລກ ຫາ​ກໍ່​ປະກາດ​ບົດ​ລາຍ​ງານ “ການ​ຄ້າ​ໂລກ​ປີ 2015 ​ແລະ ​ແງ່​ຫວັງ​ໃນ​ປີ 2016”, ​ໂດຍ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ 30 ພື້ນຖານ​ເສດຖະກິດ​ສົ່ງ​ອອກ - ນຳ​ເຂົ້າ​​ແຖວ​ໜ້າຂອງ WTO, ຫວຽດນາມ ​​ເປັນ​ປະ​ເທດ​ໜຶ່ງ​ດຽວ​ບັນລຸ​ລະດັບ​ເຕີບ​​ໂຕ​ສົ່ງ​ອອກ - ນຳ​ເຂົ້າ​ທີ່​ໜ້າ​ຊື່ນ​ຊົມ​ໃນ​ປີ 2015. ບົດ​ລາຍ​ງານ​ຂອງ WTO ກໍ່​ໃຫ້​ຮູ້​ວ່າ: ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ໃນ​ປີ 2015 ​ໄດ້​ເພີ່ມ​ຂຶ້ນ 7,9% ບັນລຸ 162 ຕື້ USD, ​ໃນ​ຂະນະ​ທີ່​ວົງ​ເງິນ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 12,3%, ບັນລຸ 166 ຕື້ USD. ຕາມ​ບົດ​ລາຍ​ງານ​ດັ່ງກ່າວ​ແລ້ວ, ​ໃນ​ຂະນະ​ທີ່​ບັນດາ​ປະ​ເທ​ດສົ່ງ​ອອກ​​ໃຫຍ່​ຄື: ຈີນ, ຕວກກີ ​ແລະ ອີ​ຕາ​ລີ ມີ​ມຸນ​ຄ່າ​ສິນ​ຄ້າ​ຂົນ​ສົ່ງ​ທາງ​ທະ​ເລ​ຫລຸດ​ລົງນັ້ນ, ​ແຕ່ຢູ່​ບັນດາ​ປະ​ເທດ ອາຊີ, ​ໃນ​ນັ້ນ​ມີ ຫວຽດນາມ, ​ບັງ​ກະລາ​ເດສ, ກຳປູ​ເຈຍ ​ແລະ ມຽນມາ ​ໄດ້​ບັນລຸ​ລະ​ດັບ​ເພີ່ມ​ຂຶ້ນ​ພໍ​ສົມຄວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ພິຈາລະ​ນາ​ສັງ​ລວມ​ແລ້ວ, ບົດ​ລາຍ​ງານ​ຂອງ WTO ​ໄດ້​ວາດ​ພາບ​​ເຖິງດ້ານ​ການ​ຄ້າ​ທົ່ວ​ໂລກ​ໃນ​ປີ 2015 ​ແມ່ນ​ຊັກ​ຊ້າພໍ​ສົມຄວນ​ດ້ວຍ​ມຸນ​ຄ່າ​ການ​ຄ້າ​ໃນ​ທົ່ວ​ໂລກ​ຫລຸດ​ລົງ 13,2%, ລົງ​ເຫຼືອ​ພຽງ 16.500 ຕື້USD.


ຂ່າວ/ບົດ​ອື່ນ