ຫວຽດນາມມານະພະຍາຍາມປະຕິບັດບັນດາຄາດໝາຍສະຫັດສະຫວັດ

ຫວຽດນາມມານະພະຍາຍາມປະຕິບັດບັນດາຄາດໝາຍສະຫັດສະຫວັດ - ảnh 1
ທ່ານ ຮ່າ​ກິມງອກ ແລະ ທ່ານ Gonzalo Koncke Pizzorno
(ພາບ: vietbao.vn)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 8/12, ທີ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Gonzalo Koncke Pizzorno, ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າ​ງ​ຍິງ - ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ ຂອງ ສ​ປ​ຊ (UN Women), ພວມ​ຢ້ຽມ​ຢາມ ແລ​​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ ຢືນຢ​ັນ​ວ່າ: ຫວຽດ​ນາມ ຖື UN Women ແມ່ນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ສຳ​ຄັນ, ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ UN Women ໃນ​ການ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວຽກ​ງານ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ໄລ​ຍະ​ຜ່ານ​ມາ ແລະ ຢືນ​ຢັນ​ວ່າ: ຫວຽດ​ນາມ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​​ຄ​າດ​ໝາຍ​ສະ​ຫັດ​ສະ​ຫວັດ ແລະ ປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າເຂົ້າ​ໃນ​ການ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ຫຼັງ​ປີ 2015 ຂອງ ສ​ປ​ຊ. ທ່ານ Gonzalo Koncke Pizzorno ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ​ - ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ, ພິ​ເສດ​ແມ່ນ​ເລື່ອງ ຫວຽດ​ນາມ ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ໄລ​ຍະ 2011 – 2020 ແລະ ໂຄງ​ການ​ແຫ່ງ​ຊາດກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ໄລ​ຍະ 2011 – 2015. ທ່ານ Gonzalo Koncke Pizzorno ຖື​ວ່າ: ຂໍ້​ລິ​ເລີ່ມ ສ​ປ​ຊ ໜຶ່ງ​ດຽວ​ພວມບັນ​ລຸ​ຜົນ​ສຳ​ເລັດ​ຢູ່ ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ຍົກ​ສູງ​ຮູບ​ແບບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາ​ມ ແລະ ສ​ປ​ຊ.

 



ຂ່າວ/ບົດ​ອື່ນ