ຫວຽດນາມຢັ້ງຢືນສືບຕໍ່ມານະພະຍາຍາມປົກປັກຮັກສາແລະຊຸກຍູ້ບັນດາສິດທິມະນຸດ

ຫວຽດນາມຢັ້ງຢືນສືບຕໍ່ມານະພະຍາຍາມປົກປັກຮັກສາແລະຊຸກຍູ້ບັນດາສິດທິມະນຸດ - ảnh 1
ກອງ​ປະຊຸມສະພາ​ສິດທິ​ມະນຸດ ສປຊ ຊຸດ​ທີ 26
(ພາບ: Gulf Times)

(vovworld) - ວັນ​ທີ 10/6, ທີ່​ສຳນັກງານ ສປຊ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ກອງ​ປະຊຸມສະພາ​ສິດທິ​ມະນຸດ ສປຊ ຊຸດ​ທີ 26 ​​ໄດ້ໄຂ​ຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ 47 ປະ​ເທດ​ສະມາຊິກ, ຂະ​ຫຼວງ​​ໃຫຍ່​ສິດທິ​ມະນຸດ ສປຊ, ຜູ້ຕາງໜ້າ​ບັນດາ​ອົງການ​ສຳຄັນ​ໃນ​ລະບົບ ສປຊ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ຂະ​ຫລວງ​ໃຫຍ່ ສິດທິ​ມະນຸດ Navi Pillay ຊີ້​ແຈ້ງ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງປະ​ເທດ​ຕ່າງໆ​ບັນລຸ​ໄດ້​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຢູ່​ແຕ່ລະ​ປະ​ເທດ. ທີ່​ວາລະ​​ໂອ້​ລົມ​ສົນທະນາ, ກັບບັນດານັກ​ປະຖະຖາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວກ​ຈູ້, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ປະຈ​ຳ ສປຊ ຊີ້​ແຈ້ງວ່າ:  ຫວຽດນາມ ​ແບ່ງປັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຫຼາຍ​ປະ​ເທດ​ກ່ຽວ​ກັບ​ເລື່ອງ​ນັບ​ມື້​ນັບ​ມີ​ຫຼາຍປະກົດ​ການ​ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ໂຮມ​ປະຊຸມ ​ແລະ ສ້າງ​ຕັ້ງສະມາຄົມ​ເພື່ອ​ກໍ່​ຄວາມ​ວຸ້ນ​ວາຍ, ມ້າງ​ທຳລາຍ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຄວາມ​ປອດ​ໄພສັງຄົມຢູ່​ແຕ່ລະ​ປະ​ເທດ, ກໍ່ຄື​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຄົນ​ອື່ນ, ຫວຽດນາມ ສະໜັບສະໜູນ​ເລື່ອງ​ຮັບປະກັນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ​ປະຊາຊົນ, ​ແຕ່​ໃນ​ວິວັດ​ການ​ປະຕິບັດ​ຕ້ອງ​ເອົ​າ​ໃຈ​ໃສ່​ເຖິງ​ຈຸດ​ພິ​ເສດ​ສະ​ເພາະ​ດ້ານ​ປະຫວັດສາດ, ວັດທະນະ​ທຳ, ສາສະໜາ​ຂອງ​ແຕ່​ລະ​ສັງຄົມ, ຫວຽດນາມ ຈະ​ສືບ​ຕໍ່​ຄວາມ​ມາ​ນະພະ​ຍາ​ຍາມ​ເພື່ອ​ແນ​ໃສ່ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ສິດ​ທິມະນຸດ​ເວົ້າ​ລວມກໍ່​ຄື​​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ໃນ​ການ​ສ້າງ​ຕັ້ງສະມາຄົມ​ເວົ້າ​ສະ​ເພ​າະ


ຂ່າວ/ບົດ​ອື່ນ