ຫວຽດນາມ-ລາວ- ກຳປູເຈຍ ຮ່ວມມືກັນ ໜູນຊ່ວຍເຂດສາມຫຼ່ຽມ ພັດທະນາ

 ຫວຽດນາມ-ລາວ- ກຳປູເຈຍ ຮ່ວມມືກັນ ໜູນຊ່ວຍເຂດສາມຫຼ່ຽມ ພັດທະນາ - ảnh 1

(ພາບ:daibieunhandan.vn)​

( vovworld ) – ບົດ​ລາຍ​ງານ​ຄະນະ​ກຳມະການ​ປະສານ​ງານ​ລວມກ່ຽວ​ກັບ​ເຂດ​ສາມຫຼ່ຽມພັດທະນາ ​ແລະ ສະພາບ​ການ​ຮ່ວມ​ມື​ລະຫວ່າງ 3 ກຳມາ​ທິການ​ການ​ຕ່າງປະ​ເທດຫວຽດນາມ-​ລາວ-​ກຳປູ​ເຈຍ ​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ​ແມ່ນ 1 ​ໃນ​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ຂອບເຂດ​ກອງ​ປະຊຸມ​ຄັ້ງທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ສາມ​ປະ​ເທດຫວຽດນາມ-​ລາວ-​ກຳປູ​ເຈຍ ກ່ຽວ​ກັບ “ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການຊ່ວຍ​ເຂດ​ສາມຫຼ່ຽມພັດທະນາ “ ທີ່​ພວມດຳ​ເນີນ​ໄປ​ຢູ່​ແຂວງ​ເງະ​ອານ​ແຕ່​ວັນ​ທີ 1-4/8/2012. ກ່າວຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື​ໃນ​ວັນ​ທີ 3/8, ທ່ານ Dao Quang Thu ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຖື​ວ່າ: ຄວນ​ສຸມ​ໃສ່​ຂຸດ​ຄົ້ນບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ລາວ ​ແລະ ກຳປູ​ເຈຍ ຄື: ທີ່​ດິນ, ກາລະ​ໂອກາດ​ສຳ​ພັດ​ກັບ​ຕະຫຼາດ​ຂອງ​ປະ​ເທດ​ທີ 3, ​ແຮ່​ທາດ, ​ໄຟຟ້າ​ນ້ຳຕົກ…​ພ້ອມ​ກັນນັ້ນ​ເລືອກ​ເອົາ​ບັນດາ​ຂົງ​ເຂດ​ແມ່ນ​ທ່າ​ແຮງ​ຂອງ​ຫວຽດນາມ ​ເພື່ອ​ຮ່ວມ​ມື​ໃຫ້​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ​ໄປ​ຄຽງ​ຄູ່ກັບ​ການ​ຮ່ວມ​ມື​ພັດທະນາ​ດ້ານເສດຖະກິດ, ​ເຂດ​ສາມຫຼ່ຽມພັດທະນາຕ້ອງ​ຕິດພັນການ​ຮ່ວມ​ມື​ພັດທະນາດ້ານ​ເສດຖະກິດ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນ​ທຳ​ມະນຊາດ​ຢ່າງ​ເໝາະ​ສົມ, ພັດທະນາ​ແບບ​ຍືນ​ຍົງ. ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ທ່ານ Nguyen Tien Manh ຮອງ​ປະທານກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ​ຫວຽດນາມ ສະ​ເໜີ​ວ່າ​ບັນດາ​ຂໍ້​ສະ​ເໜີ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ສະພາ​ແຫ່ງ​ຊາດ​ໃນ​ການ​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ໃນ​ພາກ​ພື້ນ ​ແລະ ສາກົນ​ໃນ​ຫຼາຍ​ຂົງ​ເຂດ, ສົມທົບ​ກັນ​ຈັດ​ບັນດາ​ການ​ເຄື່ອນ​ໄຫ​ວ​ໃນ​ຂອບເຂດ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ. ກຳມາ​ທິການ​ການ​ຕ່າງປະ​ເທດສາມ​ປະ​ເທດ ສົມທົບ​ກັນ​ປະຕິບັດ​ກົນ​ໄກ​ແລກປ່ຽນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຮັບ​ຂ່າວ​ສະພາບ​ການ​ພາກ​ພື້ນ ​ແລະ ​ສາກົນ, ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ ​ແລະ ຂໍ້​ສະ​ເໜີ​ທິດ​ທາງ​ເຄື​ອ່ນ​ໄຫວ​ໃນ​ບາງ​ຂົງ​ເຂດ​ທີ່​ສາມ​ປະ​ເທດ ຫວຽດນາມ-​ລາວ-​ກຳປູ​ເຈຍ ​ມີ​ຄວາມ​ສົນ​ໃຈ​ລວມ, ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ