ຫວຽດນາມ-ສິງກະໂປເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກ່ວາອີກ

ຫວຽດນາມ-ສິງກະໂປເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກ່ວາອີກ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານ ທ່ານ​ປະທານາທິບໍດີ Tony Tan Keng Yan

(vovworld) –  ຖະ​ແຫຼ​ງການທາງ​ສື່ມວນ​ຊົນ​ຮ່ວມ ຫວຽດນາມ - ສິງກະ​ໂປ​​ທີ່​ໄດ້​ປະກາດ​ໃນ​ວັນ​ທີ 29/8, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສິງກະ​​ໂປ ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ, ​ໄດ້ຢືນຢັນ​ວ່າ 2 ຝ່າຍ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ​ໃນ​ນັ້ນ ຫວຽດນາມ ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງທຶນ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ. ຖະ​ແຫຼງການ​ໄດ້​ຊີ້​ແຈ້ງວ່າ: ​ໃນ​ການ​ຢ້ຽມຢາມ ສິງກະ​ໂປ ​ແຕ່​ວັນ​ທີ 28 – 30/8, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Tony Tan Keng Yan ​ແລະ ​​​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫຼີຊຽນຫຼົງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ຢັ້ງຢືນ​ການ​ພົວພັນ 2 ຝ່າຍ​ອັນ​ດີງາມ​ພວມ​​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຕ່​ປີ 2013. ທ່ານນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ສະ​ເໜີ​ໃຫ້ ຫວຽດນາມ ສະໜອງ​ໃບ​ອະ​ນາ​ຍາດ​ໃຫ້​ສາຂາ​ທະນາຄານ​ໂດຍ​ຕ່າງປະ​ເທດ​ກຳມະສິດ​ໃຫ້​​ທະນາຄານ UOB​ ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳ​ນວຍຄວາມ​ສະດວກ​ໃຫ້​ແກ່ການ​ສະ​ໜອງ​ບັນດາ​ບໍລິການ​ການ​ເງິນ​ຢູ່ ຫວຽດນາມ ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ​ແລະ ສິງກະ​ໂປ.

        2 ຝ່າຍ​ໄດ້​ຮັບ​ຮູ້​ການ​ພັດທະນາ​ຢ່າງແຂງ​ແຮງ​ຂອງ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລວມລະຫວ່າງ 2 ປະ​ເທດ. ບົນ​ພື້ນຖານ​ຂໍ້​ຕົກລົງ​ຮ່ວມ​ມື​ປ້ອງ​ກັນຊາ​ດປີ 2009 (DCA), 2 ຝ່າຍ​ເປັນ​ເອກະສັນ, ຮັກສາ​ບັນດາ​ການ​ຢ້ຽມຢາມ 2 ຝ່າຍ ​ແລະ ບັນດາ​ກົນ​ໄກ​ການ​ເຈລະຈາ​ລະຫວ່າງ 2 ອົງການ​ປ້ອງ​ກັນຊາ​ດ.

        2 ຝ່າຍ​ໄດ້​ຢັ້ງຢືນ​ຄວາມ​ສຳຄັນ​ໃນ​ການ​ຮັກ​ສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ ​ແລະ ຄວາມ​ເສລີ​​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ການ​ນຳ 2 ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ ການ​ຂັດ​ແຍ້​ງ​ໂດຍ​ສັນຕິວິທີ​, ​ໃນ​ນັ້ນ​ລວມມີ​ເລື່ອງ​ເຄົາລົບ​ບັນດາ​ວິວັດທະນາ​ການ​ນິຕິ​ກຳ ​ແລະ ການ​ທູດ​ຢ່າງ​ຄົບ​ຖ້ວນ, ບໍ່​ຂົ່ມຂູ່ ຫຼື ນຳ​ໃຊ້​ອາວຸດ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ຂອງ ສປຊ ປີ 1982 (UNCLOS). 2 ຝ່າຍ​ຢັ້ງຢືນ​ສະໜັບສະໜູນ​ການ​ປະຕິບັດ​ຖະ​ແຫຼ​ງການວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຮ່ວມ​ມື​ຢ່າງ​​ແໜ້ນ​​ແຟ້ນມຸ່ງ​ໄປ​ເຖິງ​ການ​ສ້າງ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ຄົບ​ຖ້ວນ ​ແລະ ມ​ີປະສິດ​ທິຜົນ.


ຂ່າວ/ບົດ​ອື່ນ