ຫວຽດນາມສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ

ຫວຽດນາມສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ - ảnh 1
(ພ​າບ​ປະ​ກອບ)

(vovworld) - ວັນ​ທີ 17/03, ​ຄໍ​ລ​ຳ “Good morning Ambassador” ​ເປັນພາ​ສາ​ເກົາ​ຫຼີ ຂອງ ໜັງ​ສື​ພິມ​ລາຍ​ວັນ Hankook Ilbo, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນໜັງ​ສື​ພີມ​ໃຫຍ່ກວ່າ​ໝູ່ 4 ສະ​ບັບ​ຢູ່​ປະ​ເທດນີ້, ໄດ້​​ພີມ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ Jeong Ji Yong ທີ່​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເ​ອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​ຮິວ​ຈິ໋ ​ໂດຍຢືນ​ຢັນ​ວ່າ, ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ດ້ານ​ເສດ​ຖະ​ກິດ. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຄະ​ນະ​ການ​ນຳ​ໃໝ່​ຂອງ​ຫວຽດ​ນາມ ສືບ​ຕໍ່ແນວ​ທາງ​ປ່ຽນ​ແປງ​ໃໝ່​ດ້ານ​ເສດ​ຖະ​ກິດ”, ນັກ​ຂ່າວ​ Jeong Ji Yong ເນັ້ນ​ໜັກ​ວ່າ ສ.ເກົາ​ຫ​ຼີ ແລະ ຫວຽດ​ນາມ ພວມ​ມີ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”. ຫວຽດ​ນາມ ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​​ໃຫຍ່​ອັບ​ດັບ​ທີ 4 ຂອງ​ສ.ເກົາ​ຫຼີ, ໃນ​ຂະ​ນະ​ທີ່​ສ.ເກົາ​ຫຼີ ແມ່ນ​ນັກ​ລົງ​ທຶນ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ. ໜັງ​ສື​ພິ​ມ​ໄດ້​ຄັດ​ຄຳ​ເວົ້​າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຮິວ​ຈິ໋ ​ໂດຍຢືນ​ຢັນ​ວ່າ “​ຄາດໝາຍ​ຂອງ​ຄະ​ນະ​ການ​ນຳ​ໃໝ່​ຢູ່​ຫວຽດ​ນາມ ຍັງ​​ຄົງແມ່ນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ” ແລະ “ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫຼາດ”. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ເນັ້​ນ​ໜັກ​ເຖິງ​ບຸ​ລິ​ມະ​ສິດ​ຂອງຫວຽດ​ນາມ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງແມ່ນ​ບັນ​ລຸ​ໄດ້​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​​ເປັນ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ​ໃນ​ແຕ່​ລະ​ປີ ດ້ວຍ​ຈີ​ດີ​ພີ​ແຕ່ 6 – 7%, ພ້ອ​ມ​ກັບ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອ​ມແຫ່ງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ຕິດ​ພັນ​ກັບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນແຜ່ນ​ດິນ​ອັບ​ຄົບ​ຖ້ວນ​.

ຂ່າວ/ບົດ​ອື່ນ