ຫວຽດນາມສະເໜີຊຸກຍູ້ການຮ່ວມມື ແມ່ຂອງ-ຍີ່ປຸ່ນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕີລາຄາສູງການໜູນຊ່ວຍຂອງ ຍີ່ປຸ່ນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ພາກພື້ນ ແລະ ຕີລາຄາການຮ່ວມມື ແມ່ຂອງ-ຍີ່ປຸ່ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງບັນດາປະເທດ ແມ່ນ້ຳຂອງ

ຫວຽດນາມສະເໜີຊຸກຍູ້ການຮ່ວມມື ແມ່ຂອງ-ຍີ່ປຸ່ນ - ảnh 1ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຮ່ວມມື ແມ່ຂອງ-ຍີ່ປຸ່ນ ຄັ້ງທີ 14 ແບບທາງໄກ

ວັນທີ 6 ສິງຫາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຮ່ວມມື ແມ່ຂອງ-ຍີ່ປຸ່ນ ຄັ້ງທີ 14 ແບບທາງໄກ. ກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ ແມ່ນ້ຳຂອງ ຄື ກຳປູເຈຍ, ລາວ, ມຽນມາ ແລະ ໄທ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕີລາຄາສູງການໜູນຊ່ວຍຂອງ ຍີ່ປຸ່ນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ພາກພື້ນ ແລະ ຕີລາຄາການຮ່ວມມື ແມ່ຂອງ-ຍີ່ປຸ່ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງບັນດາປະເທດ ແມ່ນ້ຳຂອງ. ກ່ຽວກັບທິດນຳການຮ່ວມມື, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຖືວ່າ ບັນດາປະເທດ ຕ້ອງບຸລິມະສິດ ປະຕິບັດ 2 ເປົ້າໝາຍສຳຄັນແມ່ນ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສິ້ນເຊິງ ແລະ ຟື້ນຟູນເສດຖະກິດແບບກວມລວມ ແລະ ຍືນຍົງ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີໄດ້ສະເໜີຍຸດທະສາດຮ່ວມມືຈະມາເຖິງຂອງ ແມ່ຂອງ-ຍີ່ປຸ່ນ ຕ້ອງອີງໃສ່ 3 ເສົາຄ້ຳແມ່ນ ເສດຖະກິດຂະຫຍັນຂັນເຄື່ອນ ແລະ ມີການປັບຕົວ, ສັງຄົມປອດໃສ, ຖືປະຊາຊົນເປັນໃຈກາງ, ແມ່ຂອງຂຽວ ແລະ ດີຈີຕອນ.

ບັນດາປະເທດໄດ້ຮັບຮູ້ບັນດາຂໍ້ສະເໜີຂອງ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມື ກໍ່ຄືກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຮ່ວມມື ແມ່ຂອງ-ຍີ່ປຸ່ນ ຄັ້ງທີ 13 ຄາດວ່າຈະດຳເນີນໃນທ້າຍປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ