ຫວຽດນາມ-ອິນໂດເນເຊຍ ຮ່ວມມືເພື່ອຄວາມວັດທະນະຖາວອນ

ຫວຽດນາມ-ອິນໂດເນເຊຍ ຮ່ວມມືເພື່ອຄວາມວັດທະນະຖາວອນ - ảnh 1
ເວທີ​ປາ​ໄສຫວຽດນາມ-​ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ຄວາມ​ວັດທະນະ​ຖາວອນ
(ພາບ: baomoi.com )

( vovworld ) – “ຫວຽດນາມ-​ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ຄວາມ​ວັດທະນະ​ຖາວອນ“ ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 11/6 ຢູ່​ຮ່າ​ໂນ້ຍ. ບົດ​ລາຍ​ງານ​ທີ່​ເວທີ​ປາ​ໄສ​ໃຫ້​ເຫັນ​ວ່າ, ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງຫວຽດນາມ-​ອິນ​ໂດ​ເນ​ເຊຍ ບັນລຸ​ກ່ວາ 4,6 ຕື້​ໂດ​ລາ​ສະຫະລັດ, ​ເຊີ່ງ​ແມ່ນ​ລະດັບສູງສຸດ​ໃນ 10 ປີ​ມາ​ນີ້. ຫວຽດນາມ​ ໄດ້​ນຳ​ເຂົ້ານ້ຳມັນ​ສັດ, ພືດ, ​ເຫຼັກ, ​ເຫຼັກ​ກ້າ, ​ເຄື່ອງ​ອາ​ໄຫຼ່​ລົດ​ໂອ​ໂຕ, ​ເຈັ້ຍ, ທາດ​ເຄມີ….ຈາກ​ອິນ​ໂດ​ເນ​ເຊຍ ພ້ອມ​ທັງ​ໄດ້​ສົ່ງບັນດາ​ປະ​ເພດ​ສິນຄ້າ​ທີ່​ມີ​ທ່າ​ແຮງ​ຄື: ​ເຂົ້າສານ, ນ້ຳມັນ​ດິບ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍີບ....​ໄປ​ຂາຍ​ຢູ່ອິນ​ໂດ​ເນ​ເຊຍ. ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ມີ​ທ່າ​ໄດ້ປຽບ​ຫຼາຍ​ຢ່າງ, ມີ​ລັກສະນະ​ພິ​ເສດສະ​ເພາະ​ທີ່​ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ແກ່ກັນ​ໄດ້. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽ​ດນາມ Nguyen Thanh Bien ​ເນັ້ນໜັກ​ວ່າ:

   “​ເມື່ອ​ຊີ້​ນຳ​ບໍ​ລິຫານ​ພື້ນຖານ​ການ​ຄ້າ​ຕ່າງປະ​ເທດ, ທາງກະຊວງ​ອຸດສາຫະກຳ​ການ​ຄ້າ​ໄດ້​ຖື​ເປັນ​ສຳຄັນ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​​ຢ່າງເໝາະ​ສົມເຖິງ​ຕະຫຼາດ​ອິນ​ໂດ​ເນ​ເຊຍ​ . ​ເຖິງ​ແນວ​ນັ້ນກໍ່ຕາມ, ການ​ພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຍັງ​ບໍ່​ທັນ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ຈົບງາມ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ສອງ​ຝ່າຍ​ເທື່ອ. ​ເພື່ອ​ສົມ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ສອງ​ປະ​ເທດ​ຕັດສິນ​ໃຈ​ຈະ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຂຶ້ນ 6 ຕື້​ໂດ​ລາສະ​ຫະລັດ​ໃນ​ປີ 2015, ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ດຸນ​ການ​ຄ້າ“

 

 

ຂ່າວ/ບົດ​ອື່ນ