ຫວຽດນາມຮຽກຮ້ອງຝ່າຍຕ່າງໆຢູ່ເຂດກາຊາເຄົາລົບສັນຍາຢຸດຍິງ

ຫວຽດນາມຮຽກຮ້ອງຝ່າຍຕ່າງໆຢູ່ເຂດກາຊາເຄົາລົບສັນຍາຢຸດຍິງ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຫາຍ​ບີ​ງ
(ພາບປະກອບ)

(vovworld) –  ​ວັນ​ທີ 7/8, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວຄາວ​ລະ​ຫວ່າງ ອິດສະຣາ​ແອນ ​ແລະ ຂະ​ບວນການ​ອິດສະ​ລາມ ຮາ​ມາດ​ ຂອງ ປາ​ແລດ​ສະຕີ​ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຫາຍ​ບີ​ງ, ​ໃຫ້​ຮູ້​ວ່າ:

    “ຫວຽດນາມ ກ່າວ​ປະນາມ​ບັນດາ​ການ​ກະທຳ​ທາງທະຫານ​ທີ່​ແນ​ໃສ່ໂຮງຮຽນ​ຂອງ ສປຊ ​ແຫ່ງ​ຕ່າງໆ​ຢູ່​ເຂດ​ກາຊາ, ອັນ​ໄດ້ກໍ່​ຄວາມ​ບາດ​ເຈັບລົ້ມ​ຕາຍ​ໃຫ້​ສາມັນ​ຊົນ ກໍ່​ຄື​ພາລະ​ກອນ ສປຊ. ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ ຮຽກຮ້ອງ​​ໃຫ້​ທຸກໆ​ຝ່າຍ​ກ່ຽວຂ້ອງ​ເຄົາລົບ​ສັນຍາຢຸດ​ຍິງ​ທີ່​ຫາ​ກໍ່​ບັນລຸ​ໄດ້ ​ແລະ ຕັ້ງໜ້າ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຈລະຈາ, ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.”

    ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນພົນລະ​ເມືອງ ຫວຽດນາມ ຢູ່ ຢູ​ແກຼນ, ທ່ານ ​ເລ​ຫາຍ​ບີ່​ງ ຢືນຢັນ​ວ່າ: ນັບ​ແຕ່​ເມື່ອ​ສະພາບ​ການ​ຢູ່ ຢູ​ແກຼນ ມີ​ການ​ຜັນ​​ແປ​ທີ່​ສັບສົນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້ ຊີ້​ນຳ ສະຖານທູດ ຫວຽດນາມ ປະຈຳ ຢູ​ແກຼນ ຕິດ​ຕໍ່​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຢູ​ແກຼນ, ສະ​ເໜີ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຢ່າງ​ສູງ​ສຸດ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດນາມ ຢູ່ ຢູ​ແກຼນ. ມາ​ຮອດ​ຈຸດ​ເວລາ​ນີ້, ສະຖານ​ທູດ ຫວຽດນາມ ປະຈຳ ຢູ​ແກຼນ ຍັງ​ຄົງ​ຮັກສາ​ທຸດໆ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ວຽກ​ງານ​ປ້ອງ​ກັນພົນລະ​ເມືອງ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບສົນ.

    ​ກ່ຽວ​ຂ້ອງ​ເຖິງ​ວຽກ​ງານປ້ອງ​ກັນ​ພົນລະ​ເມືອງ​ຢູ່ ລີ​ບີ, ທ່ານ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: ຮອດ​ຈຸດ​ເວລາ​ນີ້, ມີ​ຄົນ​ງານ ຫວຽດນາມ 246 ຄົນ​ໄດ້​ອອກ​ຈາກ ລີ​ບີ ກັບ​ເມືອ​ປະ​ເທດ.

    ​ເມື່ອ​ແຈ້ງ​ຂ່າວ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ເປັນ​ໜ້າ​ສົນ​ໃຈ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຫາຍ​ບີ່​ງ ​ເນັ້ນ​ໜັກ​ການ​ເຄື່ອນ​ໄຫວ​ການ​ທູດ​ສຳຄັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​​ໃນ​ເດືອນ​ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ຄະນະ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ​ໂດຍ​ທ່ານ Jonh McCain ນຳ​ໜ້າ​ໃນ​ລະຫວ່າງ​ວັນ​ທີ 7 – 10/8.


ຂ່າວ/ບົດ​ອື່ນ