ຫວຽດນາມເຂົ້າຮ່ວມກອງປະຊຸມແລະງານວາງສະແດງວິສາຫະກິດຂະໜາດນ້ອຍແລະຂະໜາດກາງASEANຢູ່ປະເທດມາເລເຊຍ

ຫວຽດນາມເຂົ້າຮ່ວມກອງປະຊຸມແລະງານວາງສະແດງວິສາຫະກິດຂະໜາດນ້ອຍແລະຂະໜາດກາງASEANຢູ່ປະເທດມາເລເຊຍ - ảnh 1
ທ່ານ​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ
ຫງວຽນ​ເກີ​ມຕູ໋(ເບື້ອງຂວາ) (ພາບ: Kim Dung-Chi Giap/vietnam+)

(vovworld) –​​ ວັນ​ທີ 26/5, ກອງ​ປະຊຸມ ​ແລະ ງານ​ວາງສະ​ແດງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ASEAN (ASSC) 2015 ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍປະຊຸມ Kuala Lumpur, ​ປະ​ເທດມາ​ເລ​ເຊຍ, ກ່ຽວ​ກັບຫົວ​ເລື່ອ​ງວ່າ “ໜຶ່ງ​ວິ​ສາ​ຫະກິດ, ໜຶ່ງ​ປະຊາຄົມ”, ຊຶ່ງ​ໄດ້ດຶງ​ດູດ​ການເຂົ້າ​ຮ່ວມຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ກ່ວາ 300 ​ແຫ່ງ​ ທີ່​ມາ​ຈາກບັນດາ​ປະ​ເທດ ASEAN, ​ໃນ​ນັ້ນ, ມີ​ວິ​ສາ​ຫະກິດ​ມາ​ເລ​ເຊຍ 200 ​ແຫ່ງ. ກ່ອນ​​ພິທີ​ໄຂ​ກອງ​ປະຊຸມ, ​ໄດ້​ດຳ​ເນີນ​ໄປ​​ໂອ້ລົມ​ສົນທະນາຂັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ບັນດາ​ປະ​ເທດ ASEAN ມີການ​ເຂົ້າຮ່ວມ​ຂອງ 7 ປະ​ເທດສະມາຊິກ ASEAN ຄື: ລາວ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ, ຫວຽດນາມ ​ແລະ ປະ​ເທດ​ເຈົ້າພາບມາ​ເລ​ເຊຍ. ຜູ້​ຕາງ​ໜ້າ​ຝ່າຍ​ຫວຽດນາມ, ທ່ານ​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ເກີ​ມຕູ໋ ​ໄດ້​​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່​ກອງ​ປະຊຸມ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ເກີ​ມຕູ໋ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ຜ່ານ​ມາ, ລັດຖະບານ​ຫວຽດນາມ ​ເຂົ້າ​ໃຈ​ແຈ້ງ​ຄວາມ​ສຳຄັນ​ຂອງການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ສຳລັບ​ພື້ນຖານ​ເສດຖະກິດ, ພິ​ເສດ​ແມ່ນ​ເມື່ອ​ສ້າງ​ຕັ້ງ​ຕະຫຼາດ​ລວມ ASEAN ​ໃນ​ທ້າຍ​ປີ 2015.  ​ໂດຍ​ມີ​ຄວາມ​ຮັບ​ຮູ້​​ແຈ້ງ​ກ່ຽວ​ກັບບັນດາ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ຢູ່​ຫວຽດນາມ​, ລັດຖະບານ​ກໍ່ປາດ​ຖະໜາ​ຢາກ ​ສ້າງ​ພື້ນຖານ​ນິຕິ​ກຳ​ຢ່າງ​ເຂັ້ມ​ແຂງ ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ​ໄດ້ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ການ​ສ້າງ​​ກົດໝາຍວ່າ​ດ້ວຍການໜູນ​ຊ່ວຍ​ວິສາ​ຫະກິດຂະໜາດ​ນ້ອຍ ​ແລະ ກາງ​ໃນ​ປີ 2016.
ຂ່າວ/ບົດ​ອື່ນ