ຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສື່ມວນຊົນພາສາລັດເຊຍໂລກຄັ້ງທີ17

ຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສື່ມວນຊົນພາສາລັດເຊຍໂລກຄັ້ງທີ17 - ảnh 1
ກອງ​ປະ​ຊຸມ​ໃຫຍ່​ສື່ມວນ​ຊົນ​ພາ​ສາ ລັດ​ເຊຍ ໂລກ​ຄັ້ງ​ທີ 17

(vovworld) – ​ກອງ​ປະ​ຊຸມ​ໃຫຍ່​ສື່ມວນ​ຊົນ​ພາ​ສາ ລັດ​ເຊຍ ໂລກ​ຄັ້ງ​ທີ 17 ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/6, ຢູ່​ສູນ​ການ​ຄ້າ​ສາ​ກົນ​ທີ່​ນະ​ຄອນຫຼວງ ມົດ​ສ​ກູ (ສະ​ຫະ​ພັນ​ລັດ​ເຊຍ). ເຂົ້າ​ຮ່ວມ​ເຫດ​ການນີ້ ມີ​ບັນ​ດາ​ຜູ້​ຕາງ​ໜ້າ​ທີ່​ມາ​ຈາກອົງ​ການ​ສຳ​ນັກ​ຂ່າວ​ສາ​ນ, ສື່​ມວນ​ຊົນ​ດ້ວຍ​ພາ​ສາ ລັດ​ເຊຍ 63 ແຫ່ງຢູ່​ໃນ​ໂລກ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ລວມ​ມີ​ບັນ​ດາ​ນັກ​ຂ່າວ​ຂອງ​ສ​ຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ ໂທ​ລະ​ພາບ ຫວຽດ​ນາມ.  ໃນ​ 3 ວັນ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທ​ນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ເຊິ່ງ​ລວມ​ມີ: ສື່​ມວນ​ຊົນ​ພາ​ສາ ​ລັດ​ເຊຍ​ ໃນ​ສະ​ພາບ​ການ ​ສື່​ສານ​ສາ​ກົນ​ໃໝ່, ສື່ມວນ​ຊົນ​ພາ​ສາ​ລັດ​ເຊຍ​ກ່ຽວ​ກັບ​ຄວາມ​ຈິງ​ປະ​ຫວັດ​ສາດ ແລະ ບັນ​ດາ​ທ່າ​ອ່ຽງເສກ​ສັນ​ປັ້ນ​ແຕ່ງ​ປະ​ຫວັດ​ສາດ… ໃນ​​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ສະ​ຫະ​ພັນ​ລັດ​ເຊຍ ຈະ​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປຶກ​ສ​າ​ຫາ​ລື ແລະ ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ຜູ້​ແທນ.

 


ຂ່າວ/ບົດ​ອື່ນ