ຫວຽດນາມເປີດຊຸດຝຶກອົບຮົມວິຊາການສື່ມວນຊົນໃຫ້ແກ່ລາວ

ຫວຽດນາມເປີດຊຸດຝຶກອົບຮົມວິຊາການສື່ມວນຊົນໃຫ້ແກ່ລາວ - ảnh 1
ການນຳ, ນັກຂ່າວເຂົ້າຮ່ວມຊຸດຝຶກອົບຮົມ
(ພາບ: Mybinh)

(vovworld) –  “ທັກ​ສະ​ໃນ​ການ​ໃຫ້​ຂ່າວ​ໂຄສະນາ​ເຜີຍ​ແຜ່, ​​ໂຄງການ​ຈຸດໝາຍ​ເສດຖະກິດ, ການ​ເມືອງ, ສັງຄົມ” ​ແມ່ນ​ຫົວ​ຂໍ້​ຂອງ​ຊຸດ​ຝຶກ​ອົບຮົມ​ຍົກ​ລະດັບ​ໃຫ້​ແກ່​ຖັນ​ແຖວ​ນັກ​ຂ່າວຂອງ ສປປ ລາວ ​​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນທີ 6/6, ຢູ່​ນະຄອນຫຼວງ ວຽງ​ຈັນ. ​ແຕ່​ວັນ​ທີ 5 – 10/5, ນັກ​ຂ່າວ​ລາວ ​ແຕ່​ຂັ້ນ​ສູນ​ກາງ ລົງ​​ຮອດ​ທ້ອງ​ຖິ່ນ 42 ຄົນ​ໄດ້​ປະ​ກອບບັນດາ​ທັກ​ສະ​ໃນການ​ໃຫ້​ຂ່າວ, ຜະລິດ​ບັນດາ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ໃນ​ພາຫະນະ​ສື່ສານ​ຕ່າງໆ​ຂອງ​ລາວ. ຕາມ​ບັນດາ​ນັກ​ຂ່າວ​ລາວ​ແລ້ວ, ນີ້​ແມ່ນ​ຫົວ​ຂໍ້​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ​ທີ່​ສຸດໃຫ້​ແກ່​ການ​ເຄື່ອນ​ໄຫວ​ອາຊີບ​. ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ, ກະຊວງ​ຖະ​ແຫຼ​ງຂ່າ​ວ ​ແລະ ສື່ສານ ຫວຽດນາມ ​ໄດ້ຊ່ວຍ​ເປີດ 11 ຊຸດ​ຝຶກ​ອົບຮົມ​ດ້ານວິຊາ​ການ​ສື່​ມວນ​ຊົນ​ດ້ວຍ​ຫຼາຍ​ຫົວ​ຂໍ້​ທີ່​ແຕກຕ່າງ​ກັນ​ໃຫ້​ແກ່​ນັກ​ຂ່າວ 400 ຄົນ​ໃນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ