ຫວຽດນາມ-ແດນມາກເພີ່ມທະວີການຮ່ວມມືໃນຂົງເຂດປະຢັດພະລັງງານ
ພິທີລົງນາມໃນບົດບັນທຶກຊ່ວຍຈຳ
(ພາບ: Ngoc Ha/TTXVN)
(vovworld) – ຕອນບ່າຍວັນທີ 18/6 ຢູ່ຮ່າໂນ້ຍ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ - ການຄ້າຫວຽດນາມ ແລະ ກະຊວງພະລັງງານ, ເຄຫະສະຖານ ແລະ ດິນຟ້າອາກາດແດນມາກ ກ່ຽວກັບການຮ່ວມມືໃນຂົງເຂດປະຢັດພະລັງງານ ແລະ ຂະແໜງອຸດສາຫະກຳໃຊ້ພະລັງງານຄືນໃໝ່.ບົດບັນທຶກຊ່ວຍຈຳລວມມີ 5 ຂົງເຂດຮ່ວມມືບຸລິມະສິດ ແລະ 10 ຮູບການຮ່ວມມືຄື: ສ້າງບັນດາຂໍ້ກຳນົດເພື່ອແນໃສ່ໜູນຊ່ວຍການຜັນຂະຫຍາຍກົດໝາຍວ່າດ້ວຍການປະຢັດ ແລະ ນຳໃຊ້ພະລັງງານຢ່າງປະສິດທິຜົນຢູ່ຫວຽດນາມ; ຊຸກຍູ້ການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນໃນບັນດາວິສາຫະກິດຂະໜາດກາງແລະ ນ້ອຍຢູ່ຫວຽດນາມ. ແດນມາກ ຈະແບ່ງປັນບົດຮຽນກັບຫວຽດນາມ ກ່ຽວກັບບັນຫາພະລັງງານ, ພິເສດແມ່ນການປະຢັດພະລັງງານ ແລະ ໃຊ້ພະລັງງານຄືນໃໝ່.