ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ນິວຊີແລນໃນພາກພື້ນ

ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ນິວຊີແລນໃນພາກພື້ນ - ảnh 1
(ພາບປະກອບ:hanoimoi.com.vn)

(vovworld) – ​ ​ເມື່ອ​ຕອບ​ສຳພາດຕໍ່​ນັກ​ຂ່າວເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ ແຫ່​ງວັນ ຫວຽດນາມ ​ແລະ ນິວຊີ​ແລນ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (6/1975-6/2015), ທ່ານ​ເອກ​ອັກຄະ​ລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Haike Manning ​ເນັ້ນ​ໜັກ​ວ່າ: ໃນຊຸມ​ປີ​ມໍ​ໆ​ມາ​ນີ້ການ​ພົວພັນ​ລະຫວ່າງ ນິວຊີ​ແລນ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ພໍ​ສົ​ມຄ​ວນ​ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ການ​ສຶກສາ, ການ​ພັດ​ທະນາ ​ແລະ ການ​ປ້ອງ​ກັນຊາ​ດ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່ນັບ​ມື້​ນັບ​ສຳຄັນ​ຂອງ ນິວຊີ​ແລນ ​ໃນ​ພາກ​ພື້ນ. ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ພົວພັນ ລະຫວ່າງ 2 ປະ​ເທດພວມ​ພັດທະນາ​ຢ່າງ​ແຮງ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມືຕັ້ງໜ້າ​ທີ​່ສຸດຂອງ ນິວຊີ​ແລນ ຢູ່​ພາກ​ພື້ນ ອາ​ຊຽນ. ສິ່ງ​ທີ່ຄວນ​ເຮັດນັ້ນ​ແມ່ນ 2 ​ປະ​ເທດ​ສືບ​ຕໍ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ 2 ປະ​ເທດ​ສ້າງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ໝັ້ນຄົງ​ກ່ວາ, ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ກ່ຽວກັບຕະຫຼາດ​ຂອງ​ກັນກ່ວາ.  ພິ​ເສດ, ການ​ຄ້າ 2 ຝ່າ​ຍ ຈະ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ ​ເພື່ອ​ພັດທະນາ​ພາຍຫຼັງສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ເຊິ່ງນັບ​ທັງ ນິວຊີ​ແລນ ​ແລະ ຫວຽດນາມ ​ແມ່ນ​ສະມາຊິກ​ສຳ​ເລັດ​ການ​ເຈລະຈາ ​ແລະ ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​.

        ​ໃນ​ການ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ, 2 ປະ​ເທດສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ເຝຶກ​ອົບ​ຮົມ, ການ​ແລກ​ປ່ຽນ​ນາຍ​ທະຫານ, ບຳລຸງ​ສ້າງ​ພາສາ​ອັງກິດ, ສົມທົບ​ກັນ​ໃນ​ການ​ເຂົ້າ​ຮ່ວມ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. 2 ກະຊວງ​ກໍ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ, ການ​ແລກປ່ຽນ ​ກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​​ເຖິງ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ, 2 ຝ່າຍ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນຄື: ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF), ຫຼື ກອງ​ປະຊຸມ​ລັດຖະມົນຕີ​​ກະຊວງປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+).

               

ຂ່າວ/ບົດ​ອື່ນ