ຫວຽດນາມແລະ ILO ລົງນາມໃນໂຄງການຮ່ວມມືແຫ່ງຊາດກ່ຽວກັບວຽກເຮັດງານທຳແບບຍືນຍົງ

(VOVWORLD) -ໂຄງການຮ່ວມມືລະດັລຊາດລະຫວ່າງຫວຽດນາມ ແລະ ອົງການຈັດຕັ້ງແຮງງານສາກົນ (ILO) ກ່ຽວກັບວຽກເຮັດງານທຳແບບຍືນຍົງ ໄລຍະ 2017 – 2021 ເລີ່ມດຳເນີນຢ່າງເປັນທາງການໃນຕອນບ່າຍວັນທີ 05 ທັນວາ, ຢູ່ຮ່າໂນ້ຍ.
ຫວຽດນາມແລະ ILO ລົງນາມໃນໂຄງການຮ່ວມມືແຫ່ງຊາດກ່ຽວກັບວຽກເຮັດງານທຳແບບຍືນຍົງ - ảnh 1 (ຫວຽດນາມແລະ ILO ລົງນາມໃນໂຄງການຮ່ວມມືແຫ່ງຊາດກ່ຽວກັບວຽກເຮັດງານທຳແບບຍືນຍົງ)

ໂຄງການໄດ້ກຳນົດ 3 ບຸລິມະສິດໃນໄລຍະຈະມາເຖິງລວມທັງການຊຸກຍູ້ວຽກເຮັດງານທຳແບບຍືນຍົງ ແລະ ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ບັນດາກາລະໂອກາດດຳເນີນທຸລະກິດແບບຍືນຍົງ; ຫຼຸດຜ່ອນຄວາມອຶດຫິວ, ທຸກຍາກ ຜ່ານການເປີດກວ້າງການຮັບປະກັນຊີວິດສັງຄົມເຖິງປະຊາຊົມທຸກໆຄົນ ແລະ ຫຼຸດຜ່ອນບັນດາຮູບການວຽກເຮັດງານທຳທີ່ບໍ່ອາດຍອມຮັບໄດ້, ພິເສດແມ່ນຜູ້ຖືກຄວາມສ່ຽງສູງກວ່າເພີ່ນ; ສ້າງກົນໄກຄຸ້ມຄອງຕະຫຼາດແຮງງານຢ່າງມີປະສິດທິຜົນ ປະຕິບັດບັນດາຫຼັກການພື້ນຖານ ແລະ ສິດໃນການອອກແຮງງານ.

        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ ສະເໜີວ່າ.

        “ILO ແລະ ຄູ່ຮ່ວມມືສັງຄົມສືບຕໍ່ໜູນຊ່ວຍການສ້າງ ແລະ ປັບປຸງລະບົບກົດໝາຍກ່ຽວກັບການອອກແຮງງານ ໃຫ້ສົມບູນແບບ, ຜ່ານການເຄື່ອນໄຫວໃຫ້ຄຳປຶກສາປັບປຸງກົດໝາຍວ່າດ້ວຍແຮງງານ ຢ່າງຮອບດ້ານ ໃນສະພາບການໃໝ່; ໜູນຊ່ວຍສ້າງການພົວພັນແຮງງານຢ່າງກົມກ່ຽວຢູ່ບັນດາວິສາຫະກິດ; ສືບຕໍ່ໜູນຊ່ວຍຫວຽດນາມ ປະຕິບັດແຜນຮ່າງປະຕິຮູບນະໂຍບາຍປະກັນສັງຄົມ ແລະ ເງິນເດືອນ ກໍ່ຄືໜູນຊ່ວຍການຄົ້ນຄວ້າ ໃຫ້ສັດຕະຍາບັນບາງສັນຍາຂອງ ILO, ເພີ່ມທະວີຄວາມສາມາດເຊື່ອມໂຍງເຂົ້າກັບສາກົນກ່ຽວກັບຂົງເຂດແຮງງານ - ສັງຄົມໃນໄລຍະໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ