ຫວຽດນາມແລະຝລັ່ງເພີ່ມທະວີການຮ່ວມມືດ້ານການບິນ

ຫວຽດນາມແລະຝລັ່ງເພີ່ມທະວີການຮ່ວມມືດ້ານການບິນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຕ້ອນ​ຮັບ​ທ່ານ Augustin de Romanet, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ຫານ​ກຸ່ມ​ບິ​ລິ​ສັດ​ການ​ບິ​ນ​ Paris. 
ພາບ:chinhphu.vn

(vovworld)- ຕອນ​ບ່າຍ​ວັນ​ທີ 2/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Augustin de Romanet, ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ຫານ​ກຸ່ມ​ບິ​ລິ​ສັດ​ການ​ບິ​ນ​ Paris. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ​ຕີ​ລາ​ຄາ​ສູງ​ເລື່ອງ​ກຸ່ມ​ບໍ​ລິ​ສັດການ​ບິນ Paris ມີ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ຫວຽດ​ນາມ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຊົມ​ເຊີຍ​ກຸ່ມ​ບໍ​ລິ​ສັດ ແລະ ບໍ​ລິ​ສັດ​ໃຫຍ່​ການ​ບິນ ຫວຽດ​ນາມ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ຜູ້​ຖື​ຫຸ້ນ​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ຫນັກ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ​ການ​ບິນ Paris ແລະ ບໍ​ລິ​ສັດ​ໃຫຍ່​ການ​ບິນ​ຫວຽດ​ນາມ. ສ່ວນ​ທ່ານ Augustin de Romanet ຢືນ​ຢັນ ກຸ່ມ​ບໍ​ລິ​ສັດ​ປາດ​ຖະ​ຫນາ​ຢາກ​ໄດ້​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ. ທ່ານ Augustin de Romanet ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊາບ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານຢູ່ ຝ​ລັ່ງ ແລະ ຖື​ວ່າ ນີ້​ແມ່ນ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຫວຽດ​ນາມ ໃນ​ການ​ຍົກ​ລະ​ດັບ, ເປີດກວ້າງ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ. 


ຕອບກັບ

ຂ່າວ/ບົດ​ອື່ນ