ຫວຽດນາມແລະເຢຍລະມັນສະຫນັບສະຫນູນເຊິ່ງກັນແລະກັນທີ່ບັນດາເວທີປາໄສຫລາຍຝ່າຍແລະອົງການຈັດຕັ້ງສາກົນ

 ຫວຽດນາມແລະເຢຍລະມັນສະຫນັບສະຫນູນເຊິ່ງກັນແລະກັນທີ່ບັນດາເວທີປາໄສຫລາຍຝ່າຍແລະອົງການຈັດຕັ້ງສາກົນ - ảnh 1
ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ແລະ ທ່ານ Frank Walter Steinmeier ລັດ​ຖະ​ມົນການ​ຕ່າ​ງ​ປະ​ເທດ ເຢ​ຍ​ລະ​ມັນ
ພາບ:TTXVN

(vovworld)- ​​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂ​ອງ​ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ, ທ່ານ Frank Walter Steinmeier ລັດ​ຖະ​ມົນການ​ຕ່າ​ງ​ປະ​ເທດ ເຢ​ຍ​ລະ​ມັນ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 30/10 -1/11/2016. ທີ່​ການ​ເຈ​ລະ​ຈາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier ເຫັນ​ດີ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ສອງ​ຝ່າຍ​ໄດ້​ປືກ​ສາ​ຫາ​ລື ແລະ ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ແລະ ເນັ້ນ​ຫນັກ​ວ່າ ຕ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນ: ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ເຢຍ​ລະ​ມັນ. ສອງ​ຝ່າຍ​ໄດ້​ເຫັນ​ດີ ຕີ​ລາ​ຄາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ -ເຢຍ​ລະ​ມັນ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ປະ​ສິດ​ທິ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ