ຫວຽດນາມໂຄສະນາເຜີຍແຜ່ກ່ຽວກັບການບໍ່ນຳໃຊ້ບັນດາຜະລິດຕະພັນຈາກ ສັດປ່າ,ພືດປ່າທີ່ລ້ຳຄ່າຫາຍາກຢ່າງຕັ້ງໜ້າ.

ຫວຽດນາມໂຄສະນາເຜີຍແຜ່ກ່ຽວກັບການບໍ່ນຳໃຊ້ບັນດາຜະລິດຕະພັນຈາກ ສັດປ່າ,ພືດປ່າທີ່ລ້ຳຄ່າຫາຍາກຢ່າງຕັ້ງໜ້າ. - ảnh 1
(ພາບປະກອບ)

(vovworld) –​​ ​ຫວຽດ​ນາມ​ໂຄສະ​ນາ​ເຜີຍ​ແຜ່ກ່ຽວ​ກັບການບໍ່​ນຳ​ໃຊ້​ບັນ​ດາ​ຜ​ະລິດ​ຕ​ະພັນຈາກ ສັດປ່າ,ພືດ​ປ່າ​ທີ່​ລ້ຳ​ຄ່າຫາ​ຍາກຢ່າງຕ​ັ້ງ​ໜ້າ. ນີ້​ແມ່ນ​ຫົວ​​ຂໍ້ໃນ​ກອ​ງ​ປະ​ຊຸມສຳ​ມະ​ນາ ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຕິດ​ຕາມກວດ​ກາ ​ຕາ​ໜາງການຄ້າ​ຂາຍ​ສັດ​ປ່າ, ພືດ​ປ່າ ທົ່ວ​ໂລກ​ ຢູ່​ຫວຽດ​ນາມ (TRAFFIC) ຈັດຂື້ນ​ທີ່​ແຂວງ​ລາວ​ກາຍ ​ໃນວັນ​ທີ 23/6. ກອງ​ປະ​ຊຸມ​ສຳ​ມະ​ນາ​ ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ ຂອງ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄຸ້ມ​ຄອງ, ສູນ​ອະນຸ​ລັກຮ​ັກ​ສາ​ທຳ​ມະ​ຊາດ ຂອງ 29 ແຂວງ, ນະ​ຄອນ​ເຂດ​ພາກ​ເໜືອ. ກອງ​ປະ​ຊຸມ​ສຳ​ມະ​ນາ​ ​ໄດ້ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້ ​ຂອງ​ຖັນ​ແຖວ​ພະ​ນັກ​ກ​ງານ ໂຄ​ສະ​ນາ​ສຶກ​ສາ ໃນ​ວຽກ​ງານ​ໂຄສະ​ນາ​ເຜີຍ​ແຜ່​ປ່ຽນ​ແປງ​ ການກະ​ທຳບໍ່​ນຳ​ໃຊ້​ບັນ​ດາ​ຜ​ະລິດ​ຕ​ະພັນ ຈາກສັດປ່າ ແລະ ​ພືດ​ປ່າ​​​ທີ່ລ້ຳ​ຄ່າຫາ​ຍາກ​. ບັນ​ດາ​ຜູ້​ແທນ​ປະ​ກອບ​ຫຼາຍຄຳ​ເຫັນ ກ່ຽວ​ກັບການ​ອະນຸ​ລັກ​ຮັກ​ສາ​ຊີ​ວະນາ​ນາ​ພັນ; ບົດ​ຮຽນ​ໃນ​ການ​ອະນຸ​ລັກ​ຮັກ​ສາ​ ສັດ​ປ່າສະ​ນິດ​ຕ່າງ ​ຕໍ່​​ໄພ​ລ່າ​ເນື້ອ​ຢ່າງ​ຜິດ​ກົດ​ໝາຍ ແລະ ຫຼຸດ​ຜ່ອນຄວາມ​​ຕ້ອງ​ການ ນຳ​ໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​​ຈາກພຶດ​ພັນ​ສັດ​ປ່າ

ຂ່າວ/ບົດ​ອື່ນ